ລັດຖະມົນຕີກະຊວງຕຳຫຼວດໂຕເລີມຢ້ຽມຢາມແລະເຮັດວຽກຢູ່ອິນໂດເນເຊຍ

ລັດຖະມົນຕີກະຊວງຕຳຫຼວດໂຕເລີມຢ້ຽມຢາມແລະເຮັດວຽກຢູ່ອິນໂດເນເຊຍ - ảnh 1
ທ່ານ​ຮອງ​ປະທານາທິບໍດີ Jusuf Kalla ແລະ ທ່ານ ພົນ​ໂທ ​ໂຕ​ເລ​ີມ
(ພາບ: ຕຳຫຼວດປະຊາຊົນ)

(vovworld) –  ​ແຕ່​ວັນ​ທີ 9 – 11/6, ພົນ​ໂທ ​ໂຕ​ເລ​ີມ, ລັດຖະມົນຕີ​ກະຊວງ​ຕຳຫຼວດ ​ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຂອງ​ກະຊວງ​ຕຳຫຼວດ ຫວຽດນາມ ​ໄດ້​​ໄປ​ຢ້ຽມຢາມ ​ແລ​ະ ​ເຮັດ​ວຽກ​ຢູ່ ອິນ​ໂ​ດ​ເນ​ເຊຍ. ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ, ວັນ​ທີ 10/6, ທ່ານ ລັດຖະມົນຕີ ​ໂຕ​ເລີມ ​ແລະ ຄະນະ​ໄດ້​​ເຂົ້າ​ຢ້ຽມ​ຂຳ່ນັບ​ທ່ານ​ຮອງ​ປະທາ​ນາ​ທິບໍດີ ສ. ​ອິນ​ໂດ​ເນ​ເຊຍ Jusuf Kalla. ທ່ານ​ຮອງ​ປະທານາທິບໍດີ Jusuf Kalla ຢັ້ງຢືນ​ວ່າ: ການ​ຢ້ຽມຢາມ​ຂອງ​ທ່ານ​ລັດຖະມົນຕີ ​ໂຕ​ເລີມ ຈະ​ປະ​ກອບ​ສ່ວນ​ເພີ່​ມທະວີ, ​ເຮັດ​​ໃຫ້ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດທະ​ສາດ ອິນ​ໂດ​ເນ​ເຊຍ - ຫວຽດນາມ ​ໃຫ້​ເລິກ​​ເຊິ່ງຂຶ້ນ​ຕື່ມ. ທ່ານ​ລັດຖະມົນຕີ ​ໂຕ​ເລີມ ສະ​ແດງ​ຄວາມ​ຫວັງ​ໃຫ້​ທ່ານ​ຮອງ​ປະທານາທິບໍດີ Jusuf Kalla ສືບ​ຕໍ່​ເອົາ​ໃຈ​ໃສ່​ຊີ້​ນຳ, ສ້າງ​ເງື່ອນ​ໄຂ​ໃນ​ທຸກ​ດ້ານ​ເພື່ອ​​ໃຫ້​ບັນດາ​ອົງການ​ກ່ຽວ​ຂ້ອງ​ຂອງ ອິນ​ໂດ​ເນ​ເຊຍ ​ແລະ ກະຊວງ​ຕຳຫຼວດ ຫວຽດນາມ ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກ່ຽວ​ກັບ​ດ້ານ​ປ້ອງ​ກັນ​ຄວາມ​ສະຫງົບ, ຄວາມ​​ເປັນ​ລະບຽບ​ຮຽບຮ້ອຍ ​ເພື່ອ​ຜົນ​ປະ​ໂຫຍດຂອງ​ປະຊາ​ຊົນ 2 ປະ​ເທດ, ​ເພື່ອ​ສະຖຽນ​ລະ​ພາບ​ຂອງ​ພາກ​ພື້ນ ​ແລະ ຢູ່​ໃນ​ໂລກ. ​ໃນຂອບ​ເຂດ​ການ​ຢ້ຽມຢາມ, ທ່ານ​ລັດຖະມົນຕີ ​ໂຕ​​ເລີມ ​ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ​ກະຊວງ​ຕຳຫຼວດ ກໍ່​ໄດ້​​ໄປ​ຢ້ຽມຢາມ​ສະຖານທູດ ຫວຽດນາມ ປະຈຳ ອິນ​ໂດ​ເນ​ເຊຍ, ຢ້ຽມຢາມ ​ແລ​ະ ​ເຮັດ​ວຽກ​ກັບ​ບັນດາ​ອົງການ​ກ່ຽວຂ້ອງຂອງ ອິນ​ໂດ​ເນ​ເຊຍ.

 


ຂ່າວ/ບົດ​ອື່ນ