ລັດຖະມົນຕີກະຊວງປ້ອງກັນປະເທດ ກຳປູເຈຍ ສິ້ນສຸດການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ

ລັດຖະມົນຕີກະຊວງປ້ອງກັນປະເທດ ກຳປູເຈຍ ສິ້ນສຸດການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ - ảnh 1
ພິທີລົງນາມໃນແຜນການຮ່ວມມືປີ 2012 ລະຫວ່າງ ກະຊວງປ້ອງກັນປະເທດຫວຽດນາມ ແລະ ກະຊວງປ້ອງກັນປະເທດກຳປູເຈຍ
(ພາບ: .baomoi.com)

(vovworld) - ​ໂດຍ​ຮັບ​ຄຳ​ເຊີນ​ຂອງທ່ານ​ພົນ​ເອກ, ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດນາມ ຟຸ່ງກວາງ​ແທງ, ທ່ານ​ພົນ​ເອກ ​ເຕັຍ​ແບ​ງ, ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງ​ປ້ອງ​ກັນ​ປະ​ເທດ​ລາຊະ​ອານາຈັກກຳປູ​ເຈຍ​ ​ໄດ້​ນຳ​ໜ້າ​ຄະນະ​ຜູ້​ແທນກະຊວງ​ປ້ອງ​ກັນ​ປະ​ເທດ​ກຳປູ​ເຈຍ ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ. ຕອນ​ເຊົ້າ​ວັນ​ທີ 13/3, ທ່ານ​ພົນ​ເອກ ​ເຕຍ​ແບ​ງ ​ແລະ ບັນດາ​ສະມາຊິກ​ໃນ​ຄະນະ​ຜູ້​ແທນກະຊວງ​ປ້ອງ​ກັນ​ປະ​ເທດ​ກຳປູ​ເຈຍ ​ໄດ້​ເດີນທາງ​ອອກ​ຈາກ​ນະຄອນ ດ່າ​ນັ້ງ, ສິ້ນ​ສຸດ​ການ​ຢ້ຽມຢາມ​ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ ຢ່າງ​ຈົບງາມ. ກ່ອນ​ໜ້າ​ນັ້ນ, ຕອນ​ບ່າຍ​ວັນ​ທີ 12/3, ທ່ານ​ພົນ​ເອກ ຟຸ່ງກວາງ​ແທງ ​ແລະ​ ບັນດາ​ພະນັກງານ​ຂັ້ນ​ສູງ​ກອງທັບ​ປະຊາຊົນ​ຫວຽດນາມ ​ໄດ້​ໃຫ້ການ​ຕ້ອນຮັບທ່ານ​ພົນ​ເອກ ​ເຕັຍ​ແບ​ງ ​ແລະ ບັນດາ​ສະມາຊິກ​ໃນ​ຄະນະ​. ຄະນະ​ຜູ້​ແທນ​ຂັ້ນ​ສູງ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດນາມ ​ໂດຍທ່ານພົນ​ເອກ ຟຸ່ງກວາງ​ແທງ ​ເປັນ​ຫົວໜ້າ​ຄະນະ​ໄດ້​ມີ​ການ​ເຈລະຈາ​ກັບຄະນະ​ຜູ້​ແທນ​ຂັ້ນ​ສູງ​ກະຊວງ​ປ້ອງ​ກັນ​ປະ​ເທດ​ກຳປູ​ເຈຍ ​ໂດຍທ່ານ​ພົນ​ເອກ ​ເຕັຍ​ແບ​ງ ​ເປັນ​ຫົວໜ້າ​ຄະນະ. ສອງ​ຝ່າຍ​ໄດ້​ແລກປ່ຽນ​ກ່ຽວ​ກັບ​ສະພາບ​ການ​ໃນ​ພາກ​ພື້ນ, ສາກົນ ​ແລະ ຂອງ​ແຕ່ລະ​ປະ​ເທດ, ຕີ​ລາຄາ​ໝາກຜົນ​ແຫ່ງ​ການ​ຮ່ວມ​ມື​ມິດຕະພາບ​ລະຫວ່າງ​ກອງທັບ​ປະຊາຊົນ​ຫວຽດນາມ​ ກັບກອງທັບ​ປະຊາຊົນກຳປູ​ເຈຍ ​ໃນ​ໄລຍະ​ຜ່ານ​ມາ, ​ແລະ​ ເຫັນ​ດີ​ເປັນ​ເອກະ​ພາບ​ນຳ​ກັນ​ວ່າ, ​ໃນ​ໄລຍະ​ຈະ​ມາ​ເຖິງ, ກອງ​ທັງ​ສອງ​ປະ​ເທດສືບ​ຕໍ່​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ​ຄື: ​ແລກປ່ຽນ​ຄະນະ​ຜູ້​ແທນ​ຂັ້ນ​ສູງ, ບຳລຸງ​ສ້າງ​ພະນັກງານ, ຮ່ວມ​ມື​ປ້ອງ​ກັນ​ເຂດ​ຊາຍ​ແດນ ກໍ່​ຄື​ບັນດາ​ບັນຫາ​ເຊິ່ງທັງ​ສອງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ, ​ເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ, ການ​ພັດທະນາ​ໃນ​ພາກ​ພື້ນ ​ແລະ ຢູ່​ໃນ​ໂລກ.

ຂ່າວ/ບົດ​ອື່ນ