ລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ ໄປຢ້ຽມຢາມ ອາບການິດສະຖານ
(VOVWORLD) - ການຢ້ຽມຢາມດັ່ງກ່າວໄດ້ດຳເນີນໃນສະພາບການ ວໍຊິງຕັນພວມສຳຫຼວດກວດຄືນຂໍ້ຕົກລົງສັນຕິພາບ ເຊິ່ງອຳນາດການປົກຄອງຂອງ ອະດີດ ປະທານາທິບໍດີ Donald Trump ລົງນາມ ກັບ ຕາລີບານໃນປີກາຍນີ້, ຕາມນັ້ນແລ້ວ ອາເມລິກາ ຈະຖອນກຳລັງທະຫານທີ່ຍັງເຫຼືອຢູ່ອາບການິດສະຖານ 2.500 ຄົນກັບຄືນປະເທດ ກ່ອນວັນທີ 1 ພຶດສະພາ.
ທ່ານ Lloyd Austin ລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ ໄປຍັງ Kabul ອາບການິດສະຖານ (ພາບ: Reuters) |
ວັນທີ 21 ມີນາ, ທ່ານ Lloyd Austin ລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ ໄດ້ໄປຍັງ Kabul ອາບການິດສະຖານ ໃນຂອບເຂດການເດີນທາງໄປປະຕິບັດງານຢູ່ ຕ່າງປະເທດ ຄັ້ງທຳອິດ ໃນຖານະເປັນຜູ້ນຳໜ້າ ທຳນຽບ 5 ແຈ, ພາຍຫຼັງສິ້ນສຸດການຢ້ຽມຢາມ ອິນເດຍ. ທ່ານ Ashraf Ghani ປະທານາທິບໍດີ ອາບການິດສະຖານ ໄດ້ມີການພົບປະກັບທ່ານ Lloyd Austin. ຄາດວ່າ ທ່ານ Lloyd Austin ຈະມີການເຈລະຈາກັບຜູ້ຮັກສາການລັດຖະມົນຕີກະຊວງປ້ອງກັນປະເທດ ອາບການິດສະຖານ Yasin Zia.
ການຢ້ຽມຢາມດັ່ງກ່າວໄດ້ດຳເນີນໃນສະພາບການ ວໍຊິງຕັນພວມສຳຫຼວດກວດຄືນຂໍ້ຕົກລົງສັນຕິພາບ ເຊິ່ງອຳນາດການປົກຄອງຂອງ ອະດີດ ປະທານາທິບໍດີ Donald Trump ລົງນາມ ກັບ ຕາລີບານໃນປີກາຍນີ້, ຕາມນັ້ນແລ້ວ ອາເມລິກາ ຈະຖອນກຳລັງທະຫານທີ່ຍັງເຫຼືອຢູ່ອາບການິດສະຖານ 2.500 ຄົນກັບຄືນປະເທດ ກ່ອນວັນທີ 1 ພຶດສະພາ. ປັດຈຸບັນ, ທ່ານ ປະທານາທິບໍດີ Joe Biden ພວມຖືກກົດດັນຈາກການຕັດສິນວ່າຈະປະຕິບັດຕາມຂໍ້ຕົກລົງນີ້ຫຼືບໍ່?