ລັດຖະມົນຕີກະຊວງປ້ອງກັນປະເທດ ໂງຊວນລີກ ພົບປະກັບຜູ້ມີສິດເລືອກຕັ້ງ ແຂວງຮ່ານາມ
ລັດຖະມົນຕີກະຊວງປ້ອງກັນປະເທດ ໂງຊວນລີກ ພົບປະກັບຜູ້ມີສິດເລືອກຕັ້ງ ແຂວງຮ່ານາມ
|
(vovworld) – ໂດຍປະຕິບັດແຜນການພົບປະກັບຜູ້ມີສິດເລືອກຕັ້ງພາຍຫຼັງກອງປະຊຸມສະໄໝສາມັນຄັ້ງທີ 2, ສະພາແຫ່ງຊາດຊຸດທີ 14, ວັນທີ 25/11, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ໂງຊວນລີກ ພ້ອມກັບຄະນະສະມາຊິກສະພາແຫ່ງຊາດແຂວງ ຮ່ານາມ ໄດ້ພົບປະກັບຜູ້ມີສິດເລືອກຕັ້ງ ຢູ່ຕາແສງ ງອກເຊີນ, ເມືອງ ກິມບ໋າງ ແລະ ນະຄອນ ຟູ໋ລີ໋, ແຂວງ ຮ່ານາມ. ທ່ານລັດຖະມົນຕີ ໂງຊວນລີກ ໄດ້ໃຫ້ຄຳຕອບຕໍ່ບັນດາບັນຫາ ແລະ ຮັບຟັງບັນດາຄຳເຫັນປະກອບຂອງ ຜູ້ມີສິດເລືອກຕັ້ງ, ພ້ອມທັງສະເໜີໃຫ້ບັນດາອົງການ, ຫົວໜ່ວຍທີ່ກ່ຽວຂ້ອງຂອງແຂວງ ຮ່ານາມ ແກ້ໄຂບັນຫາໃນສິດອຳນາດຕາມການສ່ອງແສງຂອງ ຜູ້ມີສິດເລືອກຕັ້ງ. ທ່ານລັດຖະມົນຕີ ໂງຊວນລີກ ແຈ້ງໃຫ້ ຜູ້ມີສິດເລືອກຕັ້ງຮັບຊາບກ່ຽວກັບສະພາບການພັດທະນາເສດຖະກິດ - ສັງຄົມ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບຂອງໂລກ, ພາກພື້ນ ແລະ ພາຍໃນປະເທດດ້ວຍທັດສະນະຢ່າງສະເໝີຕົ້ນສະເໝີປາຍຂອງພັກ ແລະ ລັດ ຫວຽດນາມ ແມ່ນຮັກສາເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ, ຮັກສາສັນຕິພາບ, ສະຖຽນລະພາບເພື່ອ ສ້າງສາປະເທດຊາດ.