ລັດຖະມົນຕີກະຊວງປ້ອງກັນປະເທດຍີ່ປຸ່ນຢ້ຽມຢາມສຳນັກງານNATO
ທ່ານ Jens Stoltenberg ຕ້ອນຮັບທ່ານນາງ Tomomi Inada
(ພາບ: Kyodo/TTXVN)
(vovworld) - ວັນທີ 05/01 ທ່ານ Jens Stoltenberg ເລຂາທິການໃຫຍ່ອົງການສົນທິສັນຍາອັກລັງຕິກເໜືອ (NATO) ໄດ້ໃຫ້ການຕ້ອນຮັບທ່ານນາງ Tomomi Inada ລັດຖະມົນຕີກະຊວງປ້ອງກັນປະເທດ ຍີ່ປຸ່ນ ທີ່ສຳນັກງານຂອງອົງການນີ້ຢູ່ນະຄອນຫລວງ Brussels ປະເທດ ແບນຊິກ. ການຢ້ຽມຢາມ NATO ຂອງລັດຖະມົນຕີກະຊວງປ້ອງກັນປະເທດ ຍີ່ປຸ່ນ ຄັ້ງລ້າສຸດແມ່ນ ເມື່ອປີ 2007. ການນຳ 2 ທ່ານໄດ້ຫວນຄືນບັນດາຜົນງານທີ່ບັນລຸໄດ້ໃນໄລຍະຜ່ານມາ ໃນການພົວພັນຮ່ວມມືລະຫວ່າງ NATO ແລະ ຍີ່ປຸ່ນ, ພ້ອມທັງແລກປ່ຽນທັດສະນະກ່ຽວກັບສະພາບຄວາມສະຫງົບປອດໄພ, ພິເສດແມ່ນຢູ່ພາກພື້ນ ອາຊີ - ປາຊີຟິກ. ທ່ານເລຂາທິການໃຫຍ່ NATO ຂອບໃຈ ຍີ່ປຸ່ນ ທີ່ໄດ້ການຮ່ວມມືຢ່າງແໜ້ນແຟ້ນກັບ NATO ໃນຂົງເຂດປ້ອງກັນຊາດປ້ອງກັນຄວາມສະຫງົບບົນທະເລ ໃນຂອບເຂດບັນດາການກະທຳສາກົນຕ້ານໄພໂຈນສະລັດ. ທ່ານ Jens Stoltenberg ກໍ່ຊົມເຊີຍບັນດາຄວາມມານະພະຍາຍາມຂອງ ຍີ່ປຸ່ນ ໃນການສະໜັບສະໜູນພາລະກິດເພື່ອແມ່ຍິງ, ພາລະກຳປົກປັກຮັກສາສັນຕິພາບ ແລະ ຄວາມສະຫງົບປອດໄພທົ່ວໂລກ.