ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາພົບປະ2ຝ່າຍກັບລັດຖະມົນຕີປ້ອງກັນປະເທດບັນດາປະເທດອາຊຽນ
(ທ່ານລັດຖະມົນຕີວ່າ ໂງຊວນລິກ ພົບປະກັບລັດຖະມົນຕີໄທ)
(vovworld) - ຢູ່ນອກກອງປະຊຸມປ້ອງກັນຄວາມສະຫງົບສາກົນມົດສະກູ ຄັ້ງທີ 5 ພວມດຳເນີນຢູ່ມົດສະກູ, ວັນທີ 26/04, ທ່ານລັດຖະມົນຕີວ່າການກະຊວງປ້ອງກັນປະເທດຫວຽດນາມ ໂງຊວນລິກ ໄດ້ມີການພົບປະ 2 ຝ່າຍກັບທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງປ້ອງກັນປະເທດໄທ, ພົນເອກ ພຣະວິດ ວົງສຸວັນ; ທ່ານລັດຖະມົນຕີວ່າການກະຊວງປ້ອງກັນປະເທດສິງກະໂປ Ng Eng Hen. ທີ່ບັນດາການພົບຕ່າງໆ, ທ່ານລັດຖະມົນຕີ ໂງຊວນລິກ ຖືວ່າ ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງຫວຽດນາມ ແລະ ໄທ, ສິງກະໂປ ໃນໄລຍະຜ່ານມາໄດ້ພັດທະນາຢ່າງດີງາມ. ບັນດາການເຄື່ອນໄຫວແລກປ່ຽນຄະນະຜູ້ແທນ, ຮ່ວມມືດ້ານບຳລຸງສ້າງ… ບັນລຸໄດ້ບັນດາໝາກຜົນທີ່ເປັນໜ້າຊື່ນຊົມ. ກ່ຽວກັບບັນຫາປ້ອງກັນຄວາມສະຫງົບ, ຄວາມປອດໄພໃນການເດີນເຮືອຢູ່ທະເລຕາເວັນອອກ, ທ່ານລັດຖະມົນຕີ ໂງຊວນລິກ ຖືວ່າ, ບັນດາປະເທດອາຊຽນ ຕ້ອງມີສຽງເວົ້າເປັນເອກະພາບກັນໃນບັນຫານີ້, ບົນພື້ນຖານເຄົາລົບກົດໝາຍສາກົນ, ສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS 1982), ປະຕິບັດຖະແຫຼງການກ່ຽວກັບການພຶດຂອງຝ່າຍຕ່າງໆຢູ່ທະເລຕາເວັນອອກ (DOC) ຢ່າງເຂັ້ມງວດ, ກ້າວໄປເຖິງການບັນລຸປະມວນຂໍ້ກຳນົດການປະພຶດຂອງຝ່າຍຕ່າງໆຢູ່ທະເລຕາເວັນອອກ (COC). ທ່ານລັດຖະມົນຕີ ໂງຊວນລິກ ສະເໜີວ່າ ຫວຽດນາມ ແລະ ບັນດາປະເທດອາຊຽນ ຕ້ອງເພີ່ມທະວີບັນດາການເຄື່ອນໄຫວພົບປະແລກປ່ຽນ, ຮັກສາການລາດຕາເວນຮ່ວມຢູ່ເຂດຊາຍແດນທະເລຕິດກັນ