ທ່ານ Hoang In – Mu ແລະ ທ່ານພົນເອກ ໂງຊວນລິກ
|
(vovworld) – ຕອນເຊົ້າວັນທີ 28/12, ທີ່ສຳນັກງານກະຊວງປ້ອງກັນປະເທດ, ທ່ານພົນເອກ ໂງຊວນລິກ, ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ຕ້ອນຮັບທ່ານ Hoang In – Mu, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ສ. ເກົາຫຼີ ເນື່ອງໃນໂອກາດມາຢ້ຽມຢາມ ຫວຽດນາມ ແລະ ເຂົ້າຮ່ວມການເຈລະຈານະໂຍບາຍການປ້ອງກັນຊາດຂັ້ນຮອງລັດຖະມົນຕີ ຫວຽດນາມ - ສ. ເກົາຫຼີ ຄັ້ງທີ 5. ທີ່ການຕ້ອນຮັບ, ທ່ານ ໂງຊວນລິກ ຖືວ່າ: ການເຈລະຈານະໂຍບາຍປ້ອງກັນຊາດ ຈະປະກອບສ່ວນເພີ່ມທະວີ, ປັບປຸງການພົວພັນມິດຕະພາບ, ຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນລະຫວ່າງກອງທັບ ແລະ ປະຊາຊົນ 2 ປະເທດ ຫວຽດນາມ - ສ. ເກົາຫຼີ, ພ້ອມທັງອວຍພອນໃຫ້ການຢ້ຽມຢາມ, ເຮັດວຽກຂອງຄະນະຈະບັນລຸໄດ້ໝາກຜົນອັນດີງາມ.
ສ່ວນທ່ານຮອງລັດຖະມົນຕີ Hoang In – Mu ໄດ້ແຈ້ງໃຫ້ທ່ານລັດຖະມົນຕີ ໂງຊວນລິກ ຮັບຊາບກ່ຽວກັບໝາກຜົນຂອງການເຈລະຈານະໂຍບາຍປ້ອງກັນປະເທດຂອງຄະນະຜູ້ແທນກະຊວງປ້ອງກັນປະເທດ ສ. ເກົາຫຼີ ກັບຄະນະຜູ້ແທນກະຊວງປ້ອງກັນປະເທດ ຫວຽດນາມ ໂດຍພົນໂທ ຫງວຽນຈີ໋ວີ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ເປັນຫົວໜ້າຄະນະ. ທ່ານ Hoang In – Mu ຫວັງວ່າ ໄລຍະຈະມາເຖິງ, ກອງທັບ 2 ປະເທດຈະມີການເຄື່ອນໄຫວຮ່ວມມືຫຼາຍຢ່າງແທດຈິງ, ມີປະສິດທິຜົນ, ເໝາະສົມກັບຜົນປະໂຫຍດຂອງກອງທັບ ແລະ ປະຊາຊົນ 2 ປະເທດ ຫວຽດນາມ - ສ. ເກົາຫຼີ.