ລັດຖະມົນຕີກະຊວງສາທາລະນະສຸກຫວຽດນາມ ເຂົ້າຮ່ວມເວທີປາໄສທາງການແພດ Harvard 2012
Minh Hien, ນັກຂ່າວ VOV ປະຈຳອາເມລິກາ -  
ທ່ານນາງລັດຖະມົນຕີ Nguyen Thi Kim Tien ໄດ້ຮັບການບົ່ງຕົວແມ່ນໜຶ່ງ ໃນບັນດາການນຳທາງການແພດຂອງ Harvard ປີ 2012
(vovworld) - ໃນລະຫວ່າງວັນທີ 3 – 6/6/2012, ທ່ານນາງລັດຖະມົນຕີກະຊວງສາທາລະນະສຸກຫວຽດນາມ Nguyen Thi Kim Tien ໄດ້ເຂົ້າຮ່ວມເວທີປາໄສບັນດາການນຳສາທາລະນະສຸກຂັ້ນລັດຖະມົນຕີຂອງ Harvard ເຊິ່ງຈັດຂຶ້ນຢູ່ໂຮງຮຽນແພດສາດ ສາທາລະນະ ລັດ Massachusetts ແຫ່ງສາຫະລັດ ອາເມລິກາ. ຈຸດໝາຍຂອງເວທີປາໄສແມ່ນເພື່ອແນໃສ່ແລກປ່ຽນບົດຮຽນໃນການນຳພາລະຫວ່າງບັນດາລັດຖະມົນຕີກະຊວງສາທາລະນະສຸກໃນໂລກ, ເພື່ອແນໃສ່ເພີ່ມທະວີລະບົບສາທາລະນະສຸກໃຫ້ໝັ້ນຄົງ, ປັບປຸງການສະໜອງບໍລິການແພດສາດ ແລະ ໝາກຜົນສົ້ນອອກ ໃນການເອົາໃຈໃສ່ເບິ່ງແຍງດູແລສຸຂະພາບ. ນະທີ່ນີ້, ທ່ານນາງລັດຖະມົນຕີກະຊວງສາທາລະນະສຸກຫວຽດນາມ Nguyen Thi Kim Tien ໄດ້ຮັບການບົ່ງຕົວແມ່ນໜຶ່ງ ໃນບັນດາການນຳທາງການແພດຂອງ Harvard ປີ 2012, ພ້ອມກັບລັດຖະມົນຕີກະຊວງສາທາລະນະສຸກ 15 ທ່ານທີ່ມາຈາກບັນດາປະເທດຢູ່ ອາຊີ, ຕາເວັນອອກກາງ, ອາບຟຣີກາ ແລະ ອາເມລິກາໃຕ້.
ໃນການປະຕິບັດງານຄັ້ງນີ້, ທ່ານນາງລັດຖະມົນຕີກະຊວງສາທາລະນະສຸກ Nguyen Thi Kim Tien ໄດ້ມີການສົນທະນາໂຕະມົນ ກັບບັນດາວິສາຫະກິດ ອາເມລິກາ ທີ່ພວມດຳເນີນທຸລະກິດຢູ່ຫວຽດນາມ ກ່ຽວກັບ ຫົວຂໍ້ ການສົມທົບລະຫວ່າງພາກລັດ - ພາກເອກະຊົນ ໃນການເອົາໃຈໃສ່ການໃຫ້ບໍລິການດ້ານການແພດ.
ກ່ອນໜ້ານັ້ນ, ທ່ານນາງລັດຖະມົນຕີກະຊວງສາທາລະນະສຸກ Nguyen Thi Kim Tien ໄດ້ມີການເຮັດວຽກກັບ ມະຫາວິທະຍາໄລ Harvard ແລະ ມາຫະວິທະຍາໄລ Boston ກ່ຽວກັບການຮ່ວມມືບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດດ້ານການແພດຢູ່ຫວຽດນາມ.
Minh Hien, ນັກຂ່າວ VOV ປະຈຳອາເມລິກາ