ລັດຖະມົນຕີ​ກະຊວງ​​ແຜນການ​ແລະ​ການ​ລົງທຶນ​ຫວຽດນາມ​ຢ້ຽມຢາມ​ອາ​ເມ​ລິ​ກາ

ລັດຖະມົນຕີ​ກະຊວງ​​ແຜນການ​ແລະ​ການ​ລົງທຶນ​ຫວຽດນາມ​ຢ້ຽມຢາມ​ອາ​ເມ​ລິ​ກາ - ảnh 1
ທ່ານ ຫງວຽນ​ຈີ໋ຢຸງ ລັດຖະມົນຕີ​ກະຊວງ
​ແຜນການ ​ແລະ ການ​ລົງທຶນ ຫວຽດນາມ 
(ພາບ: mpi.gov.vn)

(vovworld) - ​ ​ ວັນ​ທີ 06/09 ທ່ານ ຫງວຽນ​ຈີ໋ຢຸງ ລັດຖະມົນຕີ​ກະຊວງ​ແຜນການ ​ແລະ ການ​ລົງທຶນ ຫວຽດນາມ ນຳ​ໜ້າ​ຄະນະ​ຜູ້​ແທນ​ເຈົ້າ​ໜ້າ​ທີ່ ຫວຽດ​ນາມ ​ເລີ່​ມຕົ້ນ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ອາ​ເມ​ລິ​ກາ. ​ໃນ​ມື້​ເຮັດ​ວຽກ​ທຳ​ອິດ​ກັບ​ບັນດາ​ການ​ນຳ​ຂອງ​ທະນາຄານ​ໂລກ (WB), ທ່ານ​ລັດຖະມົນຕີ ຫງວຽນ​ຈີ໋ຢຸງ ຕີ​ລາຄາ​ສູງ​ບັນດາ​ການ​ໜູນ​ຊ່ວຍ​ຂອງ WB ທີ່​ສະຫງວນ​ໃຫ້ ຫວຽດນາມ ​ໃນ​ໄລຍະ​ຜ່ານ​ມາ ​ໃນ​ເລື່ອງ​ສະໜອງ​ແຫຼ່ງທຶນ​ສະຫະ​ສະມາຄົມ​ພັດທະນາ​ສາກົນ (IDA) ກໍ່​ຄື​ສະໜອງ​​ບັນດາ​ຄຳ​ປຶກສາ​ນະ​ໂຍບາຍ​ໃຫ້​ລັດຖະບານ ຫວຽດນາມ. ​ໃນ​​ໄລຍະ​ຈະ​ມາ​ເຖິງ, ລັດຖະບານ ຫວຽດນາມ ຈະ​ສືບ​ຕໍ່​ປະຕິບັດການ​ສ້າງ​ໂຄງ​ປະກອບ​ພື້ນຖານ​ເສດຖະກິດ​ຄືນ​ໃໝ່, ​ໂດຍລະ​ອຽດ​ແມ່ນ ສ້າງ​ໂຄງ​ປະກອບການ​ລົງທຶນ​ສາທາລະນະ​ຄືນ​ໃໝ່, ສ້າງ​ໂຄງ​ປະກອບ​ທະນາຄານ​ ​ແລະ ລັດ​ວິ​ສາ​ຫະກິດຄືນ​ໃໝ່ ກໍ່​ຄື​ປະຕິບັດ​ບັນດາ​ຄຳ​ໝັ້ນ​ສັນຍາ​ສາກົນ ​ເຊິ່ງ ຫວຽດນາມ​ ​​ໄດ້ເຂົ້າ​ຮ່ວມ. ກ່ຽວ​ກັບ​ໂຄງການ​ຮ່ວມ​ມື​ລະຫວ່າງ ຫວຽດນາມ ​ແລະ WB, ລັດຖະບານ ຫວຽດນາມ ຈະ​ສົມທົບ​ກັບ WB ​ໃນ​ການ​ສ້າງ ​ແລະ ​ເລືອກ​ເຟັ້ນບັນດາ​ໂຄງການ​ນຳ​ໃຊ້ບັນດາ​ແຫຼ່ງທຶນ WB ທີ່ມີ​ລັກສະນະ​ເປັນກຳລັງ​ໜູນ ​ແລະ ​ແຜ່​ຂະຫຍາຍ. ນອກຈາກ​ບັນດາ​ຂົງ​ເຂດ​ຮ່ວມ​ມື​ຄື: ສາທາລະນະ​ສຸກ, ການ​ສຶກສາ, ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ຫວຽດນາມ ກໍ່​ສະ​​ເໜີ WB ໜູນ​ຊ່ວຍ ຫວຽດນາມ ​ໃນ​ການ​ສ້າງ​ຍຸດ​ທະ​ສາດ​ປຸກລະດົມ​ແຫຼ່ງ​ເງິນ​ລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດ (FDI) ​ໃນ​ສະພາບ​ການ​ໃໝ່, ສ້າງ​​ແຜນຜັງສັງ​ລວມ​ໃນ​ການພັດທະນາ​ເຂດ ​ແລະ ໜູນ​ຊ່ວຍ ຫວຽດນາມ ​ໃນ​ຂົງ​ເຂດ​ເຕັກ​ໂນ​ໂລ​ຢີ ​ແລະ ຖ່າຍ​ທອດ​ເຕັກ​ໂນ​ໂລ​ຢີ.

        ສວ່ນ​ຝ່າຍ WB, ທ່ານ Axel van Trotsenburd, ຮອງ​ປະທານ​ຜູ້ຮັບຜິດຊອບ​ດ້ານ​ການ​ເງິນ​ພັດທະນາ​ຂອງ WB ຢືນຢັນຄຳ​ໝັ້ນ​ສັນຍາ​ຂອງ WB ຈະສືບ​ຕໍ່​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນກັບລັດຖະບານ ຫວຽດນາມ ​ເວົ້າ​ລວມ ​ແລະ ກະຊວງ​ແຜນການ ​ແລະ ການ​ລົງທຶນ ​, ອົງການປະສານ​ແຫຼ່ງທຶນ​ໜູນ​ຊ່ວຍ​ພັດທະນາ​ທາງ​ການ (ODA) ​ເວົ້າ​ສະ​ເພາະ ​ເພື່ອ​ສືບ​ຕໍ່​ຍົກ​ສູງ​ປະສິດ​ທິຜົນ​ການ​ນຳ​ໃຊ້ ​ແລະ ປະຕິບັດ​ ​ການ​ໜູນ​ຊ່ວຍຕ່າງໆ​ຂອງ WB, ​ຊຸກຍູ້​ການ​ພັດທະນາ ກໍ່​ຄື​ໜູນ​ຊ່ວຍ​​ບຸລິມະສິດຕ່າງໆ​ຂອງ​ລັດຖະບານຢ່າງ​ແຮງ. 

ຂ່າວ/ບົດ​ອື່ນ