ລັດຖະມົນຕີການຕ່າງປະ ເທດຍີ່ປຸ່ນຢ້ຽມຢາມ ຫວຽດນາມ


ລັດຖະມົນຕີການຕ່າງປະ ເທດຍີ່ປຸ່ນຢ້ຽມຢາມ ຫວຽດນາມ - ảnh 1

ທ່ານປະທານ​ປະ​ເທດ​ເຈືອງ​ເຕີນ​ຊາງຕ້ອນຮັບ​ທ່ານ Fumio Kishida

(ພາບ: vtv)

(vovworld)- ທີ່​ການ​ຕ້ອນຮັບ​ທ່ານ Fumio Kishida ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຍີ່ປຸ່ນ ​ເມື່ອ​ຕອນ​ບ່າຍ​ວັນ​ທີ 1/8, ທ່ານປະທານ​ປະ​ເທດ​ເຈືອງ​ເຕີນ​ຊາງ ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຍີ່​ປຸ່ນ ທີ່​ໄດ້​ຊ່ວຍ​ເຫຼືອຫວຽດນາມ ພັດທະນ​າ​ເສດຖະກິດ​​ໃນ​ຫຼາຍ​ປີຜ່ານມາ; ທ່ານ​ຢັ້ງຢືນ​ວ່າ​ຍາມ​ໃດ​ຫວຽດນາມ ກໍ່​ສະໜັບ​ສະ​ນູນຍີ່​ປຸ່ນ ພັດທະນາ​ຢ່າງ​ວັດທະນາ​ຖາວອນ​ເພື່ອ​ການ​ພັດທະນາ​ລວມຂອງ​ທັງ​ພາກ​ພື້ນ​ອາຊີ-​ປາຊີ​ຟິກ. ທ່ານປະທານ​ປະ​ເທດ​ເຈືອງ​ເຕີນ​ຊາງ ຖື​ວ່າ, ສອງ​ປະ​ເທດ​ຕ້ອງ​ຮັກສາ​ການ​ພົບ​ປະ​ຂັ້ນສູງ​ຄັ້ງຕ່າງໆ​ເປັນ​ປະຈຳ​ເພື່ອ​ແລກປ່ຽນ​ກ່ຽວກັບ​ບັນດາ​ບັນຫາ​ພາກ​ພື້ນ ​ແລະ ສາກົນ. ກ່ຽວ​ກັບ​ດ້ານ​ເສດຖະກິດ​ການ​ຄ້​າ, ທ່ານປະທານ​ປະ​ເທດ​ເຈືອງ​ເຕີນ​ຊາງ ​ໃຫ້​ຮູ້​ວ່າ, ບັນດາ​ອົງການ​ມີໜ້າ​ທີ່​ຮັບ​ຜີ​ດຊອບ​ຫວຽດນາມ ພວມກວດກາ​ຄືນ​ເພື່ອ​ແກ້​ໄຂ​ຂໍ້​ຕິດ​ຂັດ​ໃຫ້​ແກ່​ວິ​ສາ​ຫະກິດ​ຍິ່ປຸ່ນ ມາ​ລົງທຶນ​ຢູ່​ຫວຽດນາມ.

  ​ແລ​ກປ່ຽນ​ກ່ຽວ​ກັບ​ບັນຫາ​ພາກ​ພື້ນ ​ແລະ ສາກົນ, ທ່ານ​ລັດຖະມົນຕີ Fumio Kishida ສະ​ແດງ​ຄວາມ​ສະໜັບສະໜູນ​ຂອງ​ຍິ່ປຸ່ນ ຕໍ່​ຫຼັກໝັ້ນຂອງ​ຫວຽດນາມ ​ໃນ​ການ​ແກ້​ໄຂ​ຄວາມ​ບໍ່​ລົງ​ລອຍ​ກັນ​ໂດຍ​ສັນຕິ​ວິທີ​ບົນ​ພື້ນຖານ​ກົດໝາຍ​ສາກົນ, ​ໂດ​ຍສະ​ເພາະ​ແມ່ນ​ສົນທິສັນຍາ​ຂອງ ສປຊ ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982. ທ່ານ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຍີ່ປຸ່ນ ​ໃຫ້​ຮູ້​ວ່າ, ຍີ່ປຸ່ນ ຢາກ​ຮ່ວມ​ມື​ກັບ​ຫວຽດນາມ ​ໃນ​ຂົງ​ເຂດ​ພະລັງງາ​ນ.

  ​ໃນ​ຕອນ​ບ່າຍ​ຂອງ​ວັນ​ດຽວ​ກັນ, ຢູ່​ສຳນັກງານ​ລັດຖະບານ, ທ່ານ​ນາຍົກ ລັດຖະມົນຕີຫງວຽນ​ເຕິ​ນຢຸງ ກໍ່​ໄດ້​ໃຫ້ການ​ຕອ້ນຮັບທ່ານ Fumio Kishida ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຍີ່ປຸ່ນ ຊື່​ງພວມ​ຢູ່​ຢ້ຽມຢາມ​ຫວຽດນາມ​ຢ່າງ​ເປັນ​ທາງ​ການ. ນະ​ທີ່​ນີ້, ທ່ານ​ນາຍົກລັດຖະມົນຕີຫງວຽນ​ເຕິ​ນຢຸງ ຢືນຢັນ​ວ່າ, ຫວຽດນາມ ຖື​ເປັນ​ສຳຄັນ​ທີ່​ສຸດ ​ແລະ ປາດ​ຖະໜາ​ຢາກ​ພ້ອມ​ກັບ​ຍີ່ປຸ່ນ ມານະ​ພະຍາຍາມ​ນຳ​ການ​ພົວພັນ​ສອງ​ປະ​ເທດ​ເຂົ້າສູ່​ລວງ​ເລິກ, ​ແທດ​ຈິງ, ມີ​ປະສິດທິ​ຜົນ ພ້ອມ​ທັງ​ສອງ​ຝ່າຍ​ຍາມ​ໃດ​ກໍ່​ວສະໜັບສະໜູນ, ຊ່ວຍ​ເຫຼືອ​ຊື່​ງກັນ ​ແລະ ກັນ​ໃນ​ທຸກ​ຂົງ​ເຂດ.

  ທ່ານ​ນາຍົກລັດຖະມົນຕີຫງວຽນ​ເຕິ​ນຢຸງ ສະ​ເໜີ​ໃຫ້​ສອງ​ຝ່າຍ​ຊຸກຍູ້​ການ​ພົວພັນ​ລະຫວ່າງ​ສອງ​ຝ່າຍ​ໃນ​ທຸກ​ຂົງ​ເຂດຢ່າງ​ແຮງ, ມີ​ປະສິດທິ​ຜົນ ນັບ​ແຕ່​ດ້ານການ​ເມືອງ, ການ​ທູດ, ການ​ຮ່ວມ​ມື 2 ຝ່າຍ ຕະຫຼອດ​ຮອດ​ດ້ານ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ, ການ​ຮ່ວມ​ມື​ພັດທະນາ; ວັດທະນະທຳ, ສັງຄົມ, ການ​ສຶກສາ-​ບຳລຸງ​ສ້າງ, ວິ​ທະຍາ​ສາດ​ເຕັກນິກ… ທ່ານ​ນາຍົກລັດຖະມົນຕີຫງວຽນ​ເຕິ​ນຢຸງ ປາດ​ຖະໜາ​ວ່າ, ຍີ່ປຸ່ນ​ ຈະ​ສືບ​ຕໍ່ຊ່ວຍ​ເຫຼືອ​ຫວຽດນາມ ​ໃນ​ວິວັດ​ການ​ພັດທະນາ, ​ໃນ​ນັ້ນມີ​ການ​ໜູນ​ຊ່ວຍ​ແຫຼ່ງທຶນ ODA.

  ທ່ານ​ນາຍົກລັດຖະມົນຕີຫງວຽນ​ເຕິ​ນຢຸງ ​ໃຫ້​ຮູ້​ວ່າ ຈະ​ສົມທົບ​ກັບ​ຝ່າຍ​ຍີ່ປຸ່ນ ​ຢ່າງ​ແໜ້ນ​ແຟ້ນ ​ເພື່ອ​ນຳ​ມະຫາວິທະຍາ​ໄລ​ຫວຽດນາມ-​ຍີ່ປຸ່ນ ​ເຂົ້າ​ເຄື່ອນ​ໄຫວ​ໂດຍ​ໄວ ຊື່​ງ​ແມ່ນ 1 ​ໃນ​ບັນດາ​ສັນຍາ​ລັກ​ແຫ່ງ​ການ​ຮ່ວມ​ມື​ໃໝ່​ລະຫວ່າງ​ສອງ​ປະ​ເທດ ທີ່​ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫາ​ກໍ່​ເຊັນ​ຂໍ້​ຕົກລົງ​ສ້າງຕັ້ງຂຶ້ນ./.

ຂ່າວ/ບົດ​ອື່ນ