ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ລັດ​ເຊຍ, ອາ​ເມ​ລິ​ກາ ຮຽກ​ຮ້ອງ​ໃຫ້​ເພີ່ມ​ທະ​ວີ​ການ​ຮ່ວມ​ມື

(VOVWORLD) -ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergei Lavrov ແລະ ຄູ່ຕຳແໜ່ງ ອາເມລິກາ Antony Blinken ໄດ້ຮຽກຮ້ອງໃຫ້ສອງລັດ ເພີ່ມທະວີການຮ່ວມມືໃນໄລຍະຈະມາເຖິງ. 
ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ລັດ​ເຊຍ, ອາ​ເມ​ລິ​ກາ ຮຽກ​ຮ້ອງ​ໃຫ້​ເພີ່ມ​ທະ​ວີ​ການ​ຮ່ວມ​ມື - ảnh 1ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken ແລະ ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergei Lavrov (ພາບ: CNN/TTXVN)

ວັນທີ 19 ພຶດສະພາ, ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergei Lavrov ແລະ ຄູ່ຕຳແໜ່ງ ອາເມລິກາ Antony Blinken ໄດ້ຮຽກຮ້ອງໃຫ້ສອງລັດ ເພີ່ມທະວີການຮ່ວມມືໃນໄລຍະຈະມາເຖິງ. ນີ້ແມ່ນການໂອ້ລົມສົນທະນາຂັ້ນສູງຄັ້ງທຳອິດນັບແຕ່ເມື່ອທ່ານ Joe Biden ຮັບດຳລົງຕຳແໜ່ງເປັນປະທານາທິບໍດີ ອາເມລິກາ.

        ຢູ່ນອກກອງປະຊຸມຂອງສະພາຂົ້ວໂລກເໜືອ ຢູ່ ໄອແລນ, ທ່ານລັດຖະມົນຕີການຕ່າງປະເທດ Blinken ຍອມຮັບວ່າ ມີຄວາມບໍ່ລົງລອຍກັນໃນການພົວພັນລະຫວ່າງ ອາເມລິກາ - ລັດເຊຍ ແຕ່ ທ່ານໃຫ້ຮູ້ວ່າ ວໍຊິງຕັນ ຊອກຫາໂອກາດຮ່ວມມືກັບ ມົດສະກູ.

        ກໍໃນການໂອ້ລົມສົນທະນາ, ລັດຖະມົນຕີການຕ່າງປະເທດສອງປະເທດ ກໍໄດ້ປຶກສາຫາລືກ່ຽວກັບຂໍ້ສະເໜີແນະຂອງ ວໍຊິງຕັນ ສຳລັບການຈັດຕັ້ງກອງປະຊຸມສຸດຍອດ ລະຫວ່າງ ປະທານາທິບໍດີ ລັດເຊຍ Vladimir Putin ແລະ ຄູ່ຕໍາແໜ່ງ ອາເມລິກາ Joe Biden.


ຕອບກັບ

ຂ່າວ/ບົດ​ອື່ນ