ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ບຸ່ຍ​ແທັງ​ເຊີນ ຕ້ອນ​ຮັບ​ທ່ານ​ນາງ​ປະ​ທານ​ສະ​ພາ​ສູງ ແບນ​ຊິກ Stephanie D’Hose

(VOVWORLD) -      ສອງຝ່າຍເຫັນດີຈະອຳນວຍຄວາມສະດວກໃຫ້ແກ່ການໄປມາຫາສູ່ຂອງພົນລະເມືອງສອງປະເທດ ເພື່ອແນໃສ່ຊຸກຍູ້ການພົວພັນແລກປ່ຽນປະຊາຊົນ ກໍຄືການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ; ສືບຕໍ່ຮ່ວມມືຢູ່ບັນດາເວທີປາໄສຫຼາຍຝ່າຍ ແລະ ສາກົນ ໃຫ້ມີປະສິດທິຜົນ, ພິເສດ, ສອງປະເທດ ສົມທົບກັນຢ່າງແໜ້ນແຟ້ນ ຢູ່ສະພາສິດທິມະນຸດ ອາຍຸການ 2023 – 2025 ບົນຈິດໃຈເຈລະຈາ, ຮ່ວມມື, ຍຸຕິທຳ ແລະ ເຄົາລົບເຊິ່ງກັນ ແລະ ກັນ.
ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ບຸ່ຍ​ແທັງ​ເຊີນ ຕ້ອນ​ຮັບ​ທ່ານ​ນາງ​ປະ​ທານ​ສະ​ພາ​ສູງ ແບນ​ຊິກ Stephanie D’Hose - ảnh 1ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ຕ້ອນຮັບທ່ານນາງປະທານສະພາສູງ ແບນຊິກ Stephanie D’Hose (ພາບ: ກະຊວງການຕ່າງປະເທດ)

ຕອນເຊົ້າວັນທີ 22 ສິງຫາ, ຢູ່ຮ່າໂນ້ຍ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ໄດ້ໃຫ້ການຕ້ອນຮັບທ່ານນາງປະທານສະພາສູງ ແບນຊິກ Stephanie D’Hose, ພວມຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ແຕ່ວັນທີ 21 – 25 ສິງຫາ. ທີ່ການຕ້ອນຮັບ, ທ່ານນາງປະທານສະພາສູງ Stephanie D’Hose  ເນັ້ນໜັກວ່າ ແບນຊິກ ຍາມໃດກໍຖືການພົວພັນມິດຕະພາບ, ການຮ່ວມມືກັບ ຫວຽດນາມ ເປັນສຳຄັນ, ຕີລາຄາສູງບັນດາຜົນງານພັດທະນາເສດຖະກິດ - ສັງຄົມຂອງ ຫວຽດນາມ ພາຍຫຼັງໂລກລະບາດໂຄວິດ - 19, ທີ່ຕັ້ງບົດບາດຂອງ ຫວຽດນາມ ຢູ່ພາກພື້ນ ແລະ ສາກົນ. ສອງຝ່າຍເຫັນດີເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ພິເສດແມ່ນຂັ້ນສູງ ຜ່ານຊ່ອງທາງລັດ, ລັດຖະບານ, ສະພາແຫ່ງຊາດ ແລະ ການພົວພັນແລກປ່ຽນປະຊາຊົນ.

        ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ປາດຖະໜາຢາກໃຫ້ສອງປະເທດຍາດແຍ່ງກາລະໂອກາດໂດຍສັນຍາການຄ້າເສລີ ຫວຽດນາມ - ອີຢູ (EVFTA) ນໍາມາໃຫ້; ສະເໜີໃຫ້ ແບນຊິກ ຮັບຮອງເອົາສັນຍາອາລັກຂາການລົງທຶນ ຫວຽດນາມ - ອີຢູ (EVIPA), ຊຸກຍູ້ຄະນະກຳມະການເອີຣົບ (EC) ຍົກເລີກ “ບັດເຫຼືອງ” IUU ສຳລັບສິນໃນນ້ຳ ຫວຽດນາມ ໂດຍໄວ.

        ສອງຝ່າຍເຫັນດີຈະອຳນວຍຄວາມສະດວກໃຫ້ແກ່ການໄປມາຫາສູ່ຂອງພົນລະເມືອງສອງປະເທດ ເພື່ອແນໃສ່ຊຸກຍູ້ການພົວພັນແລກປ່ຽນປະຊາຊົນ ກໍຄືການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ; ສືບຕໍ່ຮ່ວມມືຢູ່ບັນດາເວທີປາໄສຫຼາຍຝ່າຍ ແລະ ສາກົນ ໃຫ້ມີປະສິດທິຜົນ, ພິເສດ, ສອງປະເທດ ສົມທົບກັນຢ່າງແໜ້ນແຟ້ນ ຢູ່ສະພາສິດທິມະນຸດ ອາຍຸການ 2023 – 2025 ບົນຈິດໃຈເຈລະຈາ, ຮ່ວມມື, ຍຸຕິທຳ ແລະ ເຄົາລົບເຊິ່ງກັນ ແລະ ກັນ.

ຕອບກັບ

ຂ່າວ/ບົດ​ອື່ນ