ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ ກ່າວ​ເຕືອນ​ບັນ​ດາ​ຂໍ້​ຜິດ​ພາດ​ໃນ​ເລື່ອງ ລັດ​ເຊຍ ກັກ​ຂັງ​ນັກ​ຂ່າວ​ວາ​ລະ​ສານ Wall street Journal

(VOVWORLD) -ເລື່ອງ ລັດເຊຍ ກັກຂັງນັກຂ່າວ Evan Gershkovich ແລະ ບໍ່ອະນຸຍາດໃຫ້ກົງສູນໃຫຍ່ປະເທດນີ້ ໄດ້ເຂົ້າພົບກັບນັກຂ່າວວາລະສານ Wall street Journal ນັ້ນ ໄດ້ເປັນການສົ່ງສານທີ່ວ່າ ທຸກຄົນໃນໂລກຄວນ “ລະມັດລະວັງ” ເມື່ອໄປຍັງປະເທດ ລັດເຊຍ. 
ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ ກ່າວ​ເຕືອນ​ບັນ​ດາ​ຂໍ້​ຜິດ​ພາດ​ໃນ​ເລື່ອງ ລັດ​ເຊຍ ກັກ​ຂັງ​ນັກ​ຂ່າວ​ວາ​ລະ​ສານ Wall street Journal - ảnh 1ນັກຂ່າວ Evan Gershkovich (ພາບ: Independent)

ວັນທີ 11 ເມສາ, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken ໃຫ້ຮູ້ວ່າ ເລື່ອງ ລັດເຊຍ ກັກຂັງນັກຂ່າວ Evan Gershkovich ແລະ ບໍ່ອະນຸຍາດໃຫ້ກົງສູນໃຫຍ່ປະເທດນີ້ ໄດ້ເຂົ້າພົບກັບນັກຂ່າວວາລະສານ Wall street Journal ນັ້ນ ໄດ້ເປັນການສົ່ງສານທີ່ວ່າ ທຸກຄົນໃນໂລກຄວນ “ລະມັດລະວັງ” ເມື່ອໄປຍັງປະເທດ ລັດເຊຍ. ຕາມທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ, ບັນດາເຈົ້າໜ້າທີ່ກົງສູນໃຫຍ່ ອາເມລິກາ ບໍ່ສາມາດພົບກັບນັກຂ່າວ ໄດ້ນັບແຕ່ເມື່ອລາວຖືກກັກຂັງໃນວັນທີ 29 ມີນາ ແລະ ໝາຍຄວາມວ່າແມ່ນການລະເມີດພັນທະຂອງເຂົາເຈົ້າຕາມຂໍ້ຕົກລົງເຊິ່ງກົງສູນໃຫຍ່ສອງປະເທດໄດ້ລົງນາມ.  

        ສະຖານທູດ ລັດເຊຍ ປະຈຳ ວໍຊິງຕັນ ບໍ່ມີປະຕິກິລິຍາໃດ ຕໍ່ຄຳປາໄສຂອງທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ. ວັນທີ 30 ມີນາ, ອົງການຄວາມໝັ້ນຄົງ ລັດເຊຍ (FSB) ໃຫ້ຮູ້ວ່າ ເຂົາເຈົ້າໄດ້ກັກຂັງນັກຂ່າວ Evan Gershkovich ດ້ວຍຂໍ້ຫາວ່າ ເກັບກຳຂ່າວລັບແຫ່ງຊາດກ່ຽວກັບບໍລິສັດປ້ອງກັນປະເທດ ລັດເຊຍ.

ຕອບກັບ

ຂ່າວ/ບົດ​ອື່ນ