ລັດຖະມົນຕີການຕ່າງປະເທດຊີຣີ ຢັ້ງຢືນກອງປະຊຸມເຊີແນວ 2 ບໍ່ປະລາໄຊ

ລັດຖະມົນຕີການຕ່າງປະເທດຊີຣີ ຢັ້ງຢືນກອງປະຊຸມເຊີແນວ 2 ບໍ່ປະລາໄຊ - ảnh 1
ທ່ານລັດຖະມົນຕີ​ການ​ຕ່າງປະ​ເທດ​ຊີ​ຣີ Walid Al Moallem
(ພາບ: THX/TTXVN)

(vovworld) – ວັນ​ທີ 16/2, ທ່ານລັດຖະມົນຕີ​ການ​ຕ່າງປະ​ເທດ​ຊີ​ຣີ Walid Al Moallem ​ໃຫ້​ຂໍ້​ສັງ​ເກດ​ວ່າ, ຮອບ​ເຈລະຈາ​ທີ​ 2​ ຂອງ​ກອງ​ປະຊຸມ​ເຊີ​ແນວ 2 ຈະ​ບໍ່​ປະລາ​ໄຊ, ພ້ອມ​ທັງ​ຢືນຢັນ​ວ່າ​ກອງ​ປະຊຸມ​ບັນລຸ​ໄດ້​ຄວາມ​ກ້າວໜ້າ​ທີ່​ສຳຄັນ. ຕາມ​ທ່ານ Walid Al Moallem ​ແລ້ວ, ບັນດາ​ນັກ​ເຈລະຈາ​ຊີ​ຣີ ​ໄດ້​ເຫັນ​ດີ​ເປັນ​ເອກະ​ພາບ​ກັບ​ລາຍການ​ດຳ​ເນີນ​ງານ ​ໂດຍ​ທູດ​ພິ​ເສດ​ຂອງ​ສະຫະ​ປະຊາ​ຊາດ ​ແລະ ສະຫະພັນ ອາຣັບ Lakhdar ຍົກ​ອອກ​ມາ​ໃນ​ຮອບ​ເຈລະຈາ​ຕໍ່​ໄປ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ຍັງ​ບໍ່​ທັນ​ມີ​ເວລາ​ລະອຽດ​ໃຫ້​ແກ່​ຮອບ​ເຈລະຈາ​ທີ 3. ຄຳ​ຄຳຖະ​ແຫຼ​ງຂອງ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ Moallem ​ໄດ້​ປະຕິ​ເສດ​ການ​ໄຈ້​ແຍກ​ກ່ອນ​ນັ້ນ​ຂອງ​ສື່​ມວນ​ຊົນ​ກ່ຽວ​ກັບ​ຮອບ​ເຈ​ລະ​ຈາ​ນີ້, ກໍ່​ຄື​ບັນດາ​ປະຕິກິລິຍາ​ຂອງລັດຖະມົນຕີ​ການ​ຕ່າງປະ​ເທດ​ອັງກິດ, ຝລັ່ງ ​ແລະ ອາ​ເມ​ລິ​ກາ, ​ທີ່ໄດ້​ຖີ້ມ​ໂທດ​ໃຫ້​ລັດຖະບານ​ຊີ​ຣີ ​ເຮັດ​​ໃຫ້ການ​ເຈລະຈາ​ປະລາ​ໄຊ.

 

ຂ່າວ/ບົດ​ອື່ນ