ລັດຖະມົນຕີການຕ່າງປະເທດອາເມລິກາ ໂຈະການຢ້ຽມຢາມຕາເວັນອອກກາງ ເພື່ອເຂົ້າຮ່ວມກອງປະຊຸມດ່ວນກ່ຽວກັບຊີຣີ

ລັດຖະມົນຕີການຕ່າງປະເທດອາເມລິກາ ໂຈະການຢ້ຽມຢາມຕາເວັນອອກກາງ ເພື່ອເຂົ້າຮ່ວມກອງປະຊຸມດ່ວນກ່ຽວກັບຊີຣີ - ảnh 1
(ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ John Kerry)
(vovworld) - ວັນ​ທີ 10/06, ບັນດາ​ເຈົ້າ​ໜ້າ​ທີ່​ອຳນາດ​ການ​ປົກຄອງ​ຂອງ​ທ່ານ​ປະທານາທິບໍດີ​ອາ​ເມ​ລິ​ກາ Barack Obama ​ໄດ້​​ເປີດເຜີຍກັບ​ວົງ​ການ​ນັກ​ຂ່າວ​ວ່າ ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ John Kerry ​ໄດ້​ຕົກລົງ​ໂຈະ​ການ​ຢ້ຽມຢາມ​ຕາ​ເວັນ​ອອກ​ກາງ ຄັ້ງ​ທີ 5 ​ໃນ​ອາທິດ​ນີ້ ​ເພື່ອ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ວິສາມັນ​​ຂອງ​ຄະນະ​ຮັບຜິດຊອບ​ຄວາມ​ສະຫງົບ​ປອດ​ໄພທຳນຽບຂາວ ທີ່​ປຶກສາ​ຫາລື​ກ່ຽວ​ກັບ​ສະພາບ​ການ​ຢູ່​ຊີຣີ. ໜຶ່ງ​ໃນ​ບັນດາ​ເນື້ອ​ໃນ​ອາດ​ສາມາດປຶກສາ​ຫາລື​ນັ້ນແມ່ນ​ ເລື່ອງ​ອາ​ເມ​ລິ​ກາ ຈະ​ສະໜອງ​ອາວຸດ​ໃຫ້​ແກ່​ກຳລັງ​ຝ່າຍ​ຄ້ານ​ຂອງ​ຊີຣີ. ບັນດາ​ເຈົ້າ​ໜ້າ​ທີ​ອາ​ເມ​ລິ​ກາ ​ໃຫ້​້ຮູ້​ວ່າ ກອງປະຊຸມ​ສຸດ​ຍອດ​ວິສາມັນ​ຂອງ​ທຳນຽບຂາວ ​ໃນ​ອາທິດ​ນີ້​ກ່ຽວ​ກັບ​ຊີ​ຮີ ບໍ່​ແມ່ນ​ສັນຍານ​ກ່ຽວ​ກັບ​​ເລື່ອງອຳນາດ​ການ​ປົກຄອງ Obama ​ມີ​ບັນດາ​ພະຍານຫຼັກຖານ​ກ່ຽວ​ກັບ​ເລື່ອງ​ນຳ​ໃຊ້​ອາວຸດ​ເຄມີ​ຢູ່​ຊີ​ຣີ ​ແລະ ອາ​ເມ​ລິກາ ​ໄດ້​ກຽມພ້ອມ​ມາດ​ຕະການ​ຮັບ​ມື​ແລ້ວ. ​ເນື້ອ​ໃນ​ຂອງ​ກອງ​ປະ​ຊຸມ​ດັ່ງກ່າວ​ສາມາດ​ພາ​ໄປ​ເຖິງ​ຂໍ້​ຕົກລົງ​ວ່າ ອາ​ເມ​ລິ​ກາ​ຈະ​ສະໜອງ​ອາວຸດ​ໃຫ້​ກຳລັງ​ຝ່າຍ​ຄ້ານ​ໂດຍ​ກົງ​ ຫຼື ຮັບ​ເອົາສິດ​ແຈກ​ຢາຍ​ອາວຸດຂອງ​ປະ​ເທດຕ່າງໆ ທີ່ສະໜອງ​ໃຫ້​ແກ່​ກຳລັງ​ຝ່າຍ​ຄ້ານ​ຢູ່​ຊີຣີ. ​ເຈົ້າ​ໜ້າ​ທີ່​ທ່ານ​ໜຶ່ງ​ໂດຍ​ບໍ່​ເຜີຍ​ຊື່​ຂອງ​ທຳນຽບຂາວ​ໃຫ້​ຮູ້​ວ່າ ທຳນຽບຂາວ​ປຶກສາ​ຫາລືຫົວ​ເລື່ອງ​ສະ​ໜອງ​ອາ​ວຸດ​ໃຫ້​ແກ່​ກຳລັງ​ຝ່າຍ​ຄ້ານ​ຊີຣີ ໃນ​ເດືອນ​ຜ່ານ​ມາຫຼາຍ​ເທື່ອແລ້ວ.
ຂ່າວ/ບົດ​ອື່ນ