ລັດຖະມົນຕີການຕ່າງປະເທດອາເມລິກາຍົກເລີກການຢ້ຽມຢາມກູບາ

ລັດຖະມົນຕີການຕ່າງປະເທດອາເມລິກາຍົກເລີກການຢ້ຽມຢາມກູບາ - ảnh 1
ທ່ານລັດຖະມົນຕີວ່າ​ການ​ກະຊວງຕ່າງປະ​ເທດ
​ອາ​ເມ​ລິ​ກາ​ John Kerry (ພາບ: Telegraph)

(vovworld) - ວັນ​ທີ 3/3, ບັນດາ​ເຈົ້າ​ໜ້າ​ທີ່ ອາ​ເມ​ລິ​ກາ​ໄດ້​ແຈ້ງ​​ໃຫ້​ຮູ້​ວ່າ, ບັນດາ​ແຜນການ​ກ່ຽວ​ກັບ​ການ​ຢ້ຽມຢາມ ກູ​ບາ​ຂອງລັດຖະມົນຕີວ່າ​ການ​ກະຊວງຕ່າງປະ​ເທດ ​ອາ​ເມ​ລິ​ກາ​ John Kerry ​ໃນ​ຕົ້ນກາງເດືອນ 3 ​ເພື່ອ​​ເຈລະຈາກ່ຽວ​ກັບ​ບັນຫາ​ສິດທິມະນຸດ​ໄດ້​ຖືກ​ຍົກ​ເລີກ​ແລ້ວ. ການ​ກະທຳ​ດັ່ງກ່າວ​ຖືກ​ຍົກ​ອອກ​ມາ​ໃນ​ສະພາບ​ການ​ທີ່​ສອງ​ຝ່າຍ​ພວມ​ກະກຽມ​ໃຫ້​ແກ່​ການ​ຢ້ຽມຢາມ ລາ​ຮາ​ວານ ຂອງ​ປະທານາທິບໍດີ ອາ​ເມ​ລິ​ກາ Barack Obama, ​ເຊິ່ງຄາດ​ວ່າ​ຈະ​ດຳ​ເນີນ​ໃນ​ລະຫວ່າງ​ວັນ​ທີ 21-22/3. ກ່ອນ​ໜ້າ​ນັ້ນ, ​ໃນວະລະ​ອະພິ​ປາຍ​ຕໍ່​ສະພາ​ແຫ່ງ​ຊາດ ອາ​ເມ​ລິ​ກາ, ວັນ​ທີ 23/2, ທ່ານ John Kerry ​ໃຫ້​ຮູ້​ວ່າ​, ທ່ານ​ອາດ​ຈະ​ໄປ​ຢ້ຽມຢາມ ກູ​ບາ​ໃນ​ສັບປະດາ​ໜ້າ ​ເພື່ອ​ຈັດ​ຕັ້ງ​ການ​ເຈລະຈາ​ກ່ຽວ​ກັບ​ສິດທິ​ມະນຸດ, ກ່ອນ​ທີ່​ປະທານາທິບໍດີ ອາ​ເມ​ລິ​ກາ Barack Obama ມາ​ຢ້ຽມຢາມ​ປະ​ເທດ​ນີ້​ຕາມ​ແຜນການ​ທີ່​ໄດ້​ວາງ​ອອກ.

ຂ່າວ/ບົດ​ອື່ນ