ທ່ານ ດິງຕ໋ຽນຢູ້ງ, ລັດຖະມົນຕີກະຊວງການເງິນ ອະພິປາຍທີ່ກອງປະຊຸມ
(ພາບ: Hoàng Long)
|
(vovworld) – ບັນດາເນື້ອໃນກ່ຽວກັບດ້ານການເງິນ, ໜີ້ສາທາລະນະ, ແຜນການລົງທຶນສາທາລະນະໄລຍະກາງແຕ່ປີ 2016 – 2020 ໄດ້ນຳມາປຶກສາຫາລືທີ່ຫໍປະຊຸມສະພາແຫ່ງຊາດໃນຕອນເຊົ້າວັນທີ 1/11, ໃນຂອບເຂດກອງປະຊຸມສະໄໝສາມັນເທື່ອທີ 2, ສະພາແຫ່ງຊາດຊຸດທີ 14. ດ້ວຍຄວາມສົນໃຈຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນດາໜີ້ສາທາລະນະ, ໃນວາລະປຶກສາຫາລືເມື່ອຕອນເຊົ້າມື້ນີ້, ທ່ານ ດິງຕ໋ຽນຢູ້ງ, ລັດຖະມົນຕີກະຊວງການເງິນ ໄດ້ອະທິບາຍສາຍເຫດທີ່ພາໃຫ້ໜີ້ສາທາລະນະເພີ່ມຂຶ້ນສູງໃນໄລຍະ 2011 – 2015 ວ່າ:
“ທີ່ໜຶ່ງແມ່ນການເຕີບໂຕເສດຖະກິດບໍ່ບັນລຸແຜນການທີ່ໄດ້ວາງອອກ. ທີສອງແມ່ນອັດຕາລະດົມພາສີອາກອນ, ຄ່າທຳນຽມ, ເຂົ້າງົບປະມານຂອງລັດຖືກກຳນົດບໍ່ໄດ້ເກີນ 22,2%/ປີ. ທີສາມແມ່ນການສ້າງໂຄງປະກອບພື້ນຖານເສດຖະກິດ, ພິເສດແມ່ນການສ້າງໂຄງປະກອບການລົງທຶນຂອງລັດ, ການສ້າງໂຄງປະກອບທະນາຄານການຄ້າ, ການສ້າງໂຄງປະກອບລັດວິສາຫະກິດ, ການສ້າງໂຄງປະກອບກະສິກຳບໍ່ທັນບັນລຸໄດ້ຄວາມຮຽກຮ້ອງຕ້ອງການ. ໃນຂະນະນັ້ນ, ໃນ 5 ປີຜ່ານມາ, ຫວຽດນາມ ມີແຜນນະໂຍບາຍຫລຸດຜ່ອນລາຍຮັບເພື່ອແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ການຜະລິດດຳເນີນທຸລະກິດ, ລາຄານ້ຳມັນດິບຫລຸດລົງແຫຼ່ງລາຍຮັບງົບປະມານຫລຸດລົງ. ແຕ່ພວກເຮົາຍັງຄົງຮັກສາລະດັບລາຍຈ່າຍ, ພິເສດແມ່ນຮັບປະກັນລາຍຈ່າຍໃຫ້ການຮັບປະກັນຊີວິດສັງຄົມ, ຫລຸດຜ່ອນຄວາມທຸກຍາກ, ເພີ່ມເງິນເດືອນ. ສິ່ງດັ່ງກ່າວໄດ້ເຮັດໃຫ້ໂຄງປະກອບລາຍຈ່າຍປະຈຳເພີ່ມຂຶ້ນຢ່າງໄວ. ໃນໄລຍະນັ້ນ, ລັດຖະບານກໍ່ໄດ້ຈຳໜ່າຍພັນທະບັດລັດຖະບານ.”
ເມື່ອເວົ້າເຖິງມາດຕະການຫລຸດຜ່ອນໜີ້ສາທາລະນະ, ທ່ານ ດິງຕ໋ຽນຢູ້ງ, ລັດຖະມົນຕີກະຊວງການເງິນ ຊີ້ແຈ້ງວ່າ:
“ທີ່ໜຶ່ງແມ່ນ, ສືບຕໍ່ປັບປຸງລະບອບກ່ຽວກັບການຄຸ້ມຄອງໜີ້ສາທາລະນະ, ຄຸ້ມຄອງງົບປະມານ. ກະຊວງການເງິນຈະລາຍງານຕໍ່ລັດຖະບານກ່ຽວກັບກົດໝາຍວ່າດ້ວຍການຄຸ້ມຄອງໜີ້ສາທາລະນະໃນໄລຍະຈະມາເຖິງເພື່ອໃຫ້ລັດຖະບານຍື່ນສະເໜີຕໍ່ສະພາແຫ່ງຊາດປັບປຸງກົດໝາຍ. ພວກຂ້າພະເຈົ້າກໍ່ໄດ້ກວດກາຄືນຍຸດທະສາດໜີ້ສາທາລະນະ ກໍ່ຄືບັນດານະໂຍບາຍກ່ຽວກັບພາສີອາກອນຕາມແຜນຮ່າງສ້າງໂຄງປະກອບງົບປະມານແຫ່ງລັດຮັບປະກັນໃຫ້ໜີ້ສາທາລະນະຢູ່ໃນລະດັບປອດໄພ. ທີສອງແມ່ນສ້າງໂຄງປະກອບໜີ້ສາທາລະນະຄືນໃໝ່ເທື່ອລະກ້າວ, ທຳອິດແມ່ນຍູ້ແຮງໜີ້ພາຍໃນປະເທດ, ຄ່ອຍໆຫລຸດຜ່ອນໜີ້ຕ່າງປະເທດ. ຈາກນັ້ນ, ສືບຕໍ່ສ້າງໂຄງປະກອບໄລຍະກຳນົດ ແລະ ດອກເບ້ຍຂອງໜີ້ສາທາລະນະ.”