ລັດຖະມົນຕີຊ່ວຍວ່າການກະຊວງປ້ອງກັນປະເທດຫວຽດນາມຫງວຽນຈີ໋ວີ້ງເຂົ້າຮ່ວມການໂອ້ລົມສົນທະນາShangri-Laຄັ້ງທີ14
ພົນໂທ ຫງວຽນຈີ໋ວີ້ງ, ລັດຖະມົນຕີຊ່ວຍວ່າການກະຊວງປ້ອງກັນ
ປະເທດ
|
(vovworld) – ຕອນເຊົ້າວັນທີ 29/5, ຄະນະຜູ້ແທນການທະຫານຂັ້ນສູງ ຫວຽດນາມ, ໂດຍພົນໂທ ຫງວຽນຈີ໋ວີ້ງ, ລັດຖະມົນຕີຊ່ວຍວ່າການກະຊວງປ້ອງກັນປະເທດ ນຳໜ້າ, ໄດ້ເດີນທາງອອກຈາກ ຮ່າໂນ້ຍ ໄປສິງກະໂປ ເຂົ້າຮ່ວມກອງປະຊຸມສຸດຍອດຄວາມສະຫງົບອາຊີ - ການໂອ້ລົມສົນທະນາ Shangri – La ຄັ້ງທີ 14.
ການໂອ້ລົມສົນທະນາ Shangri – La ຄັ້ງທີ 14 ດຳເນີນໄປໃນລະຫວ່າງວັນທີ 29 – 31/5 ດ້ວຍວາລະປຶກສາຫາລື 6 ຄັ້ງ.
ຕາມແຜນການແລ້ວ, ການໂອ້ລົມສົນທະນາ Shangri – La ຄັ້ງທີ 14 ຈະເລີ່ມແຕ່ວັນທີ 30/5/2015. ຄຽງຂ້າງການເຂົ້າຮ່ວມວາລະປະຊຸມຄັ້ງຕ່າງໆແລ້ວ, ຄະນະຜູ້ແທນການທະຫານຂັ້ນສູງ ຫວຽດນາມ ກໍ່ຈະມີການພົບປະ 2 ຝ່າຍຄັ້ງຕ່າງໆ.