ລັດຖະມົນຕີບັນດາກຳລັງປະກອບອາວຸດປະຊາຊົນ ສ.ປ.ປ.ເກົາຫຼີຢ້ຽມຢາມຫວຽດນາມ
ທ່ານພົນເອກ ຟຸ່ງກວາງແທງ ລັດຖະມົນຕີກະຊວງປ້ອງກັນຊາດຫວຽດນາມ ແລະ ທ່ານພົນເອກ Pak Yong sik ລັດຖະມົນຕີກະຊວງບັນດາກຳລັງປະກອບອາວຸດປະຊາຊົນ ສ.ປ.ປ.ເກົາຫຼີ |
(vovworld)- ໂດຍຮັບຄຳເຊີນຈາກທ່ານພົນເອກ ຟຸ່ງກວາງແທງ ລັດຖະມົນຕີກະຊວງປ້ອງກັນຊາດຫວຽດນາມ, ທ່ານພົນເອກ Pak Yong sik ລັດຖະມົນຕີກະຊວງບັນດາກຳລັງປະກອບອາວຸດປະຊາຊົນ ສ.ປ.ປ.ເກົາຫຼີ ພ້ອມດ້ວຍຄະນະໄດ້ມາຢ້ຽມຢາມສັນທະວະໄມຕີຫວຽດນາມຢ່າງເປັນທາງການແຕ່ວັນທີ 25-28/11/2015. ຕ່ອນເຊົ້າວັນທີ 27/11, ຄະນະຜູ້ແທນຂັ້ນສູງ ກະຊວງປ້ອງກັນຊາດຫວຽດນາມໂດຍທ່ານ ພົນເອກ ຟຸ່ງກວາງແທງ ລັດຖະມົນຕີກະຊວງປ້ອງກັນຊາດຫວຽດນາມເປັນຫົວໜ້າຄະນະໄດ້ມີການເຈລະຈາກັບ ຄະນະຜູ້ແທນຂັ້ນສູງກອງທັບ ສ.ປ.ປ.ເກົາຫຼີ ໂດຍ ທ່ານພົນເອກ Pak Yong sik ລັດຖະມົນຕີກະຊວງບັນດາກຳລັງປະກອບອາວຸດປະຊາຊົນ ສ.ປ.ປ.ເກົາຫຼີ ນຳໜ້າ. 2 ຝ່າຍໄດ້ແລກປ່ຽນບາງບັນຫາທີ່ມີຄວສາມສົນໃຈ, ທັບທວນຄືນໝາກຜົນແຫ່ງການຮ່ວມມືລະຫວ່າງກອງທັບຂອງ 2 ປະເທດໃນໄລຍະທີ່ຜ່ານມາ. ທ່ານລັດຖະມົນຕີທັງ 2 ໄດ້ຢືນຢັນການຖືເປັນສຳຄັນ ແລະ ມີຄວາມຫວັງຢາກປັບປຸງ ແລະ ພັດທະນາສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ 2 ປະເທດ, ປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ , ການຮ່ວມມື ແລະ ພັດທະນາໃນພາກພື້ນ.