ລັດຖະມົນຕີບັນດາປະເທດ G7 ອອກຖະແຫຼງການຮ່ວມກ່າວປະນາມ ສປປ ເກົາຫຼີ ຍິງທົດລອງລູກສອນໄຟ

(VOVWORLD) - ຖະແຫຼງການຮ່ວມຮຽກຮ້ອງໃຫ້ ສປປ ເກົາຫຼີ ເຂົ້າຮ່ວມບັນດາການເຄື່ອນໄຫວພົວພັນການທູດມຸ່ງໄປເຖິງການປອດນິວເຄຼຍ

ວັນທີ 19 ມີນາ, ລັດຖະມົນຕີບັນດາປະເທດ ອຸດສາຫະກຳ ພັດທະນາແຖວໜ້າໂລກ (G7) ໄດ້ອອກຖະແຫຼງການຮ່ວມກ່າວປະນາມການຍິງທົດລອງລູກສອນໄຟນຳວິຖີຂ້າມທະວີບ (ICBM) ໃນວັນທີ 16 ມີນາ ຂອງ ສປປ ເກົາຫຼີ.

        ຖະແຫຼງການຮ່ວມເນັ້ນໜັກວ່າ ສປປ ເກົາຫຼີ ບໍ່ອາດມີ ແລະ ຈະບໍ່ມີວັນຂໍ້ກຳນົດກົດລະບຽບປະເທດມີອາວຸດນິວເຄຼຍໃນຄອບຄອງຕາມສົນທິສັນຍາຕ້ານການແຜ່ຂະຫຍາຍອາວຸດນິວເຄຼຍ. ຖະແຫຼງການຮ່ວມຮຽກຮ້ອງໃຫ້ ສປປ ເກົາຫຼີ ເຂົ້າຮ່ວມບັນດາການເຄື່ອນໄຫວພົວພັນການທູດມຸ່ງໄປເຖິງການປອດນິວເຄຼຍ ແລະ ຍອມຮັບໂອ້ລົມສົນທະນາບັນດາຂໍ້ສະເໜີພົບປະແລກປ່ຽນໂດຍ ຍີ່ປຸ່ນ, ອາເມລິກາ ແລະ ສ ເກົາຫຼີ ຍົກອອກມາ. ລັດຖະມົນຕີບັນດາປະເທດ G7 ໄດ້ຢ້ຳຄືນຄຳຮຽກຮ້ອງໃຫ້ ສປປ ເກົາຫຼີ ເຄົາລົບນັບຖືທຸກໆພາລະໜ້າທີ່ ຕາມບັນດາມະຕິຂອງສະພາຄວາມໝັ້ນຄົງ ສປຊ.

ຕອບກັບ

ຂ່າວ/ບົດ​ອື່ນ