ລັດຖະມົນຕີຟ້າມບິ່ງມິງຕ້ອນຮັບລັດຖະມົນຕີກະຊວງການຕ່າງປະເທດໄອແລນແລະປະທານສະພາສູງແບນຊິກ
ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ
ຕ້ອນຮັບທ່ານ Gunnar Bragi Sveinsson
(ພາບ: baodangcongsan)
(vovworld) – ວັນທີ 4/11, ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Gunnar Bragi Sveinsson ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແລະ ການຄ້າຕ່າງປະເທດ ໄອແລນ. ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ ລັດຖະມົນຕີ ຟ້າມບິ່ງມິງ ສະເໜີກະຊວງການຕ່າງປະເທດ 2 ປະເທດມີບົດບາດເປັນເຈົ້າການ ແລະ ຕັ້ງໜ້າປັບປຸງການພົວພັນການເມືອງອັນດີງາມ, ສົມທົບກັນຊຸກຍູ້ການຮ່ວມມືລະຫວ່າງບັນດາກະຊວງ, ຂະແໜງການທ້ອງຖິ່ນ ແລະ ວິສາຫະກິດ 2 ປະເທດ. ກ່ຽວກັບເລື່ອງເຈລະຈາສັນຍາການຄ້າເສລີລະຫວ່າງ ຫວຽດນາມ ກັບກຸ່ມການຄ້າເສລີ ເອີຣົບ (EFTA), ທ່ານຮອງນາຍົກລັດຖະມົນຕີ ລັດຖະມົນຕີວ່າການກະຊວງການຕ່າງປະເທດ ຟ້າມບິ່ງມິງ ແລະ ທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດ ແລະ ການຄ້າຕ່າງປະເທດ ໄອແລນ ເຫັນດີເປັນເອກະສັນ ຊຸກຍູ້ວິວັດການເຈລະຈາ ແລະ ມຸ່ງໄປເຖິງການເຊັນສັນຍາໃຫ້ສຳເລັດໂດຍໄວ.
ແລະກໍໃນວັນດຽວກັນ, ທີ່ການຕ້ອນຮັບທ່ານນາງ Christine Defraigne ປະທານສະພາສູງລາຊະອານາຈັກ ແບນຊິກ. ທ່ານຮອງນາຍົກລັດຖະມົນຕີ ລັດຖະມົນຕີວ່າການກະຊວງການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິງ ຕີລາຄາສູງເລື່ອງເປີດກ້ວາງການຮ່ວມມືລະຫວ່າງ 2 ປະເທດ, ລະຫວ່າງລັດຖະສະພາ 2 ຝ່າຍຢູ່ຂັ້ນສະຫະລັດກໍຄືຂັ້ນເຂດ, ປະຊາຄົມ. ທ່ານນາງປະທານສະພາສູງ ແບນຊິກ Christine Defraigne ຕີລາຄາສູງບັນດາຜົນງານການພົວພັນຕ່າງປະເທດຂອງ ຫວຽດນາມ ແລະ ທີ່ຕັ້ງຂອງ ຫວຽດນາມ ຢູ່ພາກພື້ນ ແລະ ໃນເວທີສາກົນ, ທ່ານນາງ Christine Defraigne ຢືນຢັນວ່າ: ສະພາສູງ ແບນຊິກ ຍາມໃດກໍສະໜັບສະໜູນການພົວພັນຮ່ວມມືລະຫວ່າງ 2 ປະເທດໃນທຸກຂົງເຂດ ແລະ ທຸກຂັ້ນ.