ລັດຖະມົນຕີວ່າການກະຊວງປ້ອງກັນປະເທດຫວຽດນາມຟູ່ງກວາງແທງຕ້ອນຮັບຮອງເລຂາທິການໃຫຍ່ສະຫະປະຊາຊາດ
ທ່ານຮອງເລຂາທິການໃຫຍ່ສະຫະປະຊາຊາດ
Herve Ladsuo ແລະ ທ່ານພົນເອກ ຟູ່ງກວາງແທງ
(vovworld) – ຕອນເຊົ້າວັນທີ 10/6, ຢູ່ສຳນັກງານກະຊວງປ້ອງກັນປະເທດ, ທ່ານຮອງເລຂາທິການໃຫຍ່ສະຫະປະຊາຊາດ Herve Ladsuo ຮັບຜິດຊອບບັນດາການເຄື່ອນໄຫວຮັກສາສັນຕິພາບ ໄດ້ເຂົ້າຢ້ຽມຂ່ຳນັບ ທ່ານພົນເອກຟູ່ງກວາງແທງ, ລັດຖະມົນຕີວ່າການກະຊວງປ້ອງກັນປະເທດຫວຽດນາມ. ທີ່ການພົບປະ, ທ່ານພົນເອກຟູ່ງກວາງແທງ ຕີລາຄາສູງຄວາມສຳຄັນ, ຈຸດປະສົງ ແລະ ຄວາມໝາຍການຢ້ຽມຢາມຂອງທ່ານຮອງເລຂາທິການໃຫຍ່ສະຫະປະຊາຊາດ ໃນສະພາວະຫວຽດນາມ ໃຫ້ຄຳໝັ້ນສັນຍາຢ່າງແຮງ, ຕັ້ງໜ້າກະກຽມ ແລະ ພ້ອມແລ້ວທີ່ຈະສົ່ງກຳລັງເຂົ້າຮ່ວມບັນດາຄະນະປະຕິບັດງານຮັກສາສັນຕິພາບ ສະຫະປະຊາຊາດ ເມື່ອມີຄວາມຮຽກຮ້ອງຕ້ອງການ ເພື່ອພ້ອມກັບປະຊາຄົມສາກົນມານະພະຍາຍາມປະກອບສ່ວນເພື່ອໂລກສັນຕິພາບ ແລະ ວັດທະນາຖາວອນກ່ວາ. ທ່ານລັດຖະມົນຕີຟູ່ງກວາງແທງ ຢັ້ງຢືນວ່າ: ກອງທັບປະຊາຊົນຫວຽດນາມ ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດ ແນ່ນອນຈະປະຕິບັດສຳເລັດໜ້າທີ່ສາກົນເປັນຢ່າງດີ, ມີການປະກອບສ່ວນຫຼາຍຢ່າງໃຫ້ການເຄື່ອນໄຫວຮັກສາສັນຕິພາບຂອງສະຫະປະຊາຊາດຢ່າງມີປະສິດທິຜົນ.