ລັດຖະສະພາລັດ Illinois ປະເທດ ອາເມລິກາ ສະໜັບສະໜູນການ ພົວພັນດ້ານເສດຖະກິດ- ການຄ້າກັບຫວຽດນາມ

ລັດຖະສະພາລັດ Illinois ປະເທດ ອາເມລິກາ ສະໜັບສະໜູນການ ພົວພັນດ້ານເສດຖະກິດ- ການຄ້າກັບຫວຽດນາມ - ảnh 1
ທ່ານ​ຫງວຽນ​ກວກ​ເກື​ອງ ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ​ອາ​ເມ​ລິ​ກາ

(ພາບ:vietnamnet.vn)

(vovworld)- ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ຄົບ​ຄະນະ​ສະພາ​ຕ່ຳ​ລັດ Illinois ຫວ່າງ​ແລ້ວ​ນີ້, ທ່ານ​ຫງວຽນ​ກວກ​ເກື​ອງ ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ​ອາ​ເມ​ລິ​ກາ ​ໄດ້​ສົ່ງ​ສານ​ມາ​ຍັງ​ທ່ານ​ສະມາຊິກ​ລັດຖະສະພາ​ລັດ​ທັງ​ໝົດ ກ່ຽວ​ກັບ​​ແງ່​ຫວັງ​ແຫ່ງການ​ພັດທະນາອັນ​ດີງາມ​ໃນ​ສາຍ​ພົວພັນ​ຫວຽດນາມ-​ອາ​ເມ​ລິ​ກາ ​ໂດຍ​ສະ​ເພາະ​ແມ່ນ​ໃນ​ຂົງ​ເຂດ​ຮ່ວມ​ມື​ດ້ານ​ເສດຖະກິດ-​ການ​ຄ້າ ​ແລະ ການ​ລົງທຶນ, ພິ​ເສດ​ແມ່ນ​ໃນ​ສະພາບ​ການ​ທີ່​ຫວຽດນາມ ພ້ອມ​ກັບ​ອາ​ເມ​ລິ​ກາ ​ແລະ ປະ​ເທດ​ຕ່າງໆ​ພວມ​ຕັ້ງໜ້າ​ດຳ​ເນີນ​ການ​ເຈລະຈາ​ກ່ຽວ​ກັບ​ສັນຍາ​ຄູ່​ຮ່ວມ​ມື​ການ​ຄ້າ​ຂ້າມ​​ປາຊີ​ຟິກ (TPP). ສານ​ດັ່ງກ່າວ​ໄດ້​ຮັບ​ການ​ຊົມ​ເຊີຍ ​ແລະ ຕີ​ລາຄາ​ສູງ​ຈາກ​ບັນດາ​ທ່ານ​ສະມາຊິກ​ລັດຖະສະພາ ​ແລະ ມີຫຼາຍທ່ານ​ໄດ້​ໃຫ້​ຄຳໝັ້ນສັນຍາ​ຈະ​ສົ່ງ​ເສີມ ​ແລະ ສະໜັບສະໜູນ​ບັນດາ​ວິ​ສາ​ຫະກິດ​ທີມີ​ຄວາມ​ສົນ​ໃຈ​​ຕໍ່​ຕະຫຼາດ​ຫວຽດນາມ ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ສາມາດ​ບົ່ມ​ຊ້ອນ​ນີ້. ​ໃນ​ໂອກາດ​ນີ້, ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ​ອາ​ເມ​ລິ​ກາ ຫງວຽນ​ກວກ​ເກື​ອງ ກໍ່​ມີ​ການ​ໂອ້​ລົມ​ກັບ​ການ​ນຳ, ສາດສະດາຈານ ​ແລະ ນັກ​ສຶກສາມະຫາວິທະຍາ​ໄລ Illinois ​ແລະ ຕອບ​ບັນດາ​ຄຳ​ຖາມ​ກ່ຽວຂ້ອງ​ເຖິງ​ນະ​ໂຍບາຍສ້າງ​ດຸນ​ດ່ຽງ​ຄືນ​ໃໝ່​ຂອງ​ອາ​ເມ​ລິ​ກາ ຢູ່​ພາກ​ພື້ນ​ອາຊີ-​ປາຊີ​ຟິກ ກ່ຽວ​ກັບ​ບັນດາ​ການ​ຜັນ​ແປ່​ໃນ​ມໍ່ໆມາ​ນີ້​ຢູ່ພາກ​ພື້ນ, ​ໂດຍ​ສະ​ເພາະ​ແມ່ນ​ສະພາບ​ການ​ທະ​ເລ​ຕາ​ເວັນ​ອອກ​ ​ແລະ ການ​ພົວພັນ​ລະຫວ່າງ​ອາ​ເມ​ລິ​ກາ-​ຫວຽດນາມ.

 

 

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ