(vovworld) - ຕອນຄໍ່າວັນທີ 3/12, ຢູ່ນະຄອນໂຮ່ຈິມິນ ໄດ້ດຳເນີນພິທີມອບຫຼຽນໄຊ, ຫຼຽນກາຂອງລັດລາວ ໃຫ້ແກ່ບັນດາໝູ່ຄະນະ ແລະ ສ່ວນບຸກຄົນໃນຄະນະການນຳນະຄອນ. ທີ່ພິທີ, ທ່ານເຈົ້າຄອງນະຄອນຫຼວງວຽງຈັນ ສຸກັນ ມະຫາລາດ ໄດ້ມອບຫຼຽນໄຊອິດສະຫຼະຊັ້ນ 2 ໃຫ້ແກ່ທ່ານນາງ ຫງວຽນທິທູຮ່າ (Nguyen Thi Thu Ha), ຮອງເລຂາຄະນະພັກນະຄອນໂຮ່ຈິມິນ; ຫຼຽນໄຊແຮງງານຊັ້ນ 2 ໃຫ້ແກ່ທ່ານ ເຮື໋ອງອກທ້ວນ (Hua Ngoc Thuan), ຮອງປະທານຄະນະກຳມະການປະຊາຊົນນະຄອນ ແລະ ທ່ານ ຫງວຽນແທ່ງຕ່າຍ (Nguyen Thanh Tai), ອະດີດຮອງປະທານຄະນະກຳມະການປະຊາຊົນນະຄອນ. ພ້ອມກັນນັ້ນ, ສ່ວນບຸກຄົນໃນຄະນະການນຳ ແລະ ໝູ່ຄະນະຈຳນວນໜຶ່ງຂອງນະຄອນໂຮ່ຮິມິນ ກໍໄດ້ຮັບຫຼຽນໄຊແຮງງານຊັ້ນ 3, ຫຼຽນໄຊມິດຕະພາບ ແລະ ບັນດາຫຼຽນກາມິດຕະພາບຂອງລັດລາວ. ນີ້ແມ່ນບັນດາລາງວັນອັນສູງສົ່ງສຳລັບສ່ວນບຸກຄົນ ແລະ ຫົວໜ່ວຍເຊິ່ງໄດ້ປະກອບສ່ວນເຂົ້າໃນການເສີມຂະຫຍາຍສາຍພົວພັນແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງລາວ ແລະ ຫວຽດນາມ ເວົ້າລວມ ແລະ ລະຫວ່າງນະຄອນຫຼວງວຽງຈັນ ກັບນະຄອນໂຮ່ຈິມິນເວົ້າສະເພາະ.