ລັດເຊຍ ກ່າວຫາ ອາເມລິຫາ ແລະ EU ລະເມີດຂໍ້ຕົກລົງ Bundapest

ລັດເຊຍ ກ່າວຫາ ອາເມລິຫາ ແລະ EU ລະເມີດຂໍ້ຕົກລົງ Bundapest - ảnh 1
(ພາບປະກອບ: AFP)

(vovworld) - ວັນ​ທີ 19/03, ສານ​ລັດຖະທຳ​ມະນູນ​ລັດ​ເຊຍ ​ໄດ້​ອອກ​ຄຳ​ຕັດສິນ​ຢືນຢັນ​ສົນທິສັນຍາ​ໂອນ​ສະ​ທາ​ລະນະ​ລັດ​ປົກຄອງ​ດ້ວຍ​ຕົນ​ເອງ ​ກ.ຣືມ ​ເປັນ​ພາກສ່ວນ​ໜຶ່ງ​ຂອງ​ສະຫະພັນ​ລັດ​ເຊຍ ​ໃນ​ຖານະ​ເປັນ​ພາກສ່ວນ​ທີ່​ເໝາະ​ສົມ​ກັບ​ລັດຖະທຳ​ມະນູນ​ຂອງ​ສະຫະພັນ​ລັດ​ເຊ​ຍ. ສົນທິສັນຍາ​ດັ່ງກ່າວ​​ໂດຍປະທານາທິບໍດີ​ລັ​ດ​ເຊຍ Vladimir Putin ລົງ​ນາມ​ກ່ອນ​ນັ້ນ​ໜຶ່ງ​ວັນ. ຕາມ​ທ່ານ​ປະທານ​ສານ​ລັດຖະທຳ​ມະນູນ​ລັດ​ເຊຍ Valery Zorkin, ຜູ້​ພິພາກສາ 19 ທ່ານ ​ຂຶ້ນ​ກັບ​ສານ​ລັດຖະທຳ​ມະນູນ​ລັດ​ເຊຍ ​ໄດ້​ເຫັນ​ດີ​ຮັບຮອງ​ເອົາ​ຄຳ​ຕັດສິນ​ດັ່ງກ່າວ. ຕາມ​ລັດ​ຖະທຳ​ມະນູນ, ໝາກຜົນ​ດັ່ງ​ກ່າວ​ອະນຸຍາດ​ໃຫ້​ທ່ານ​ປະທານາທິບໍດີ Putin ຍື່ນສົນທິສັນຍານີ້​ຂຶ້ນ​ສະສະພາ​ແຫ່ງ​ຊາດ​​ເພື່ອຮັບຮອງ​ເອົາ.        ​

        ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ທ່ານ​ປະທານາທິບໍດີ Putin ​ໄດ້​ມອບ​ໜ້າ​ທີ່​ໃຫ້​ກະຊວງ​ແຮງງານ ​ແລະ ປົກ​ປ້ອງ​ສັງຄົມຂອງ​ປະ​ເທດ​ນີ້ວ່າ ຕ້ອງ​ເພີ່ມ​ເງິນ​ເບ້ຍ​ບຳນານ​ໃຫ້​ຊາວກ.ຣືມ ​ໃຫ້​ເທົ່າ​ກັບລະດັບ​ທີ່​ພວມ​ນຳ​ໃຊ້​ຢູ່​ລັດ​ເຊຍ​ໃນ​ໄລຍະ​ໄວໆ​ນີ້, ຍ້ອນ​ທ່ານ​ຖື​ວ່າ ປະຊາຊົນ​ລັດ​ເຊຍ ທຸກ​ຄົນຕ້ອງ​ໄດ້ຊົມ​ໃຊ້​ໄຂ​ຄືກັນ. ຄາດ​ວ່າ, ລະດັບ​ເງິນ​ເບ້ຍ​ບຳນານ​ຂອງ​ຊາວ ກ.ຣືມ ຈະ​ເພີ່ມ​ຂຶ້ນ​ທົບ 2 ​ເທົ່າ.

ຂ່າວ/ບົດ​ອື່ນ