ລັດເຊຍ ກ່າວເຕືອນຝ່າຍຕາເວັນຕົກ ກ່ຽວກັບຈຸດປະສົງຮິບເອົາຊັບສິນຂອງປະເທດນີ້
(VOVWORLD) - ທ່ານ Dmitry Peskov ໃຫ້ຮູ້ວ່າ: ບັນດາການປຶກສາຫາລືກ່ຽວກັບຫົວເລື່ອງຮິບເອົາຊັບສິນຂອງ ລັດເຊຍ ຢ່າງຜິດກົດໝາຍ ໄດ້ເຕື້ອງເຖິງເປັນປະຈຳຢູ່ທັງ ເອີລົບ ແລະ ອາເມລິກາ.
ທ່ານ Dmitry Peskov ໂຄສົກວັງ Kremlin (ພາບ: AFP/TTXVN)
|
ລັດເຊຍ ບໍ່ຮັບຮູ້ເລື່ອງຮິບເອົາຊັບສິນຂອງ ລັດເຊຍ ຢ່າງຜິດກົດໝາຍ ແລະ ສິ່ງດັ່ງກ່າວມີຄວາມອັນຕະລາຍທີ່ສຸດ ແກ່ລະບົບການເງິນໂລກ. ນີ້ແມ່ນຄຳຖະແຫຼງຂອງທ່ານ Dmitry Peskov ໂຄສົກວັງ Kremlin ເມື່ອວັນທີ 22 ທັນວາ.
ທ່ານ Dmitry Peskov ໃຫ້ຮູ້ວ່າ: ບັນດາການປຶກສາຫາລືກ່ຽວກັບຫົວເລື່ອງຮິບເອົາຊັບສິນຂອງ ລັດເຊຍ ຢ່າງຜິດກົດໝາຍ ໄດ້ເຕື້ອງເຖິງເປັນປະຈຳຢູ່ທັງ ເອີລົບ ແລະ ອາເມລິກາ. ຕາມທ່ານແລ້ວ, ຫົວເລື່ອງນີ້ບໍ່ສາມາດຮັບຮູ້ໄດ້ ແລະ ຖ້າໄດ້ປະຕິບັດ ຈະແມ່ນ “ບາດຄ້ອນ” ທີ່ຮ້າຍແຮງໃຫ້ແກ່ ລະບົບການເງິນໂລກ. ຕາມທ່ານແລ້ວ, ອີຢູ ແລະ ອາເມລິກາ ລ້ວນແຕ່ໄດ້ເຂົ້າໃຈວ່າ, ເລື່ອງຮິບເອົາຊັບສິນຂອງ ລັດເຊຍ ຢ່າງຜິດກົດໝາຍ ຈະມີຜົນຕາມມາດ້ານນິຕິກຳ ສຳລັບຜູ້ທີ່ລິເລີ່ມ ແລະ ປະຕິບັດ. ລັດເຊຍ ກໍ່ຈະມີມາດຕະການໂຕ້ຕອບເຊັ່ນດຽວກັນ.