ລັດເຊຍ, ຈີນ ສືບຕໍ່ໃຊ້ ສິດຢັບຢັ້ງຮ່າງມະຕິ ສະບັບໜຶ່ງຂອງສະພາ ຄວາມໝັ້ນຄົງ ສປຊ ກ່ຽວກັບຊີຣີ
ເອກອັກຄະລັດຖະທູດລັດເຊຍ Vitaly Churkin ປະຈຳ ສປຊ ທີ່ກອງປະຊຸມ
(ພາບ: baomoi.com)
(vovworld)- ວັນທີ 22/5, ລັດເຊຍ, ຈີນ ໄດ້ໃຊ້ສິດຢັບຢັ້ງຮ່າງມະຕິສະບັບໜຶ່ງຂອງສະພາຄວາມໝັ້ນຄົງ ສປຊ ກ່ຽວຂ້ອງເຖິງເລື່ອງນຳຝ່າຍຕ່າງໆຢູ່ຊີຣີ ຂຶ້ນສານອາຍາ (ICC) ຍ້ອນມີໂທດກຳສົງຄາມ. ຕາມທ່ານ Oh Joon ເອກອັກຄະລັດຖະທູດ ສ.ເກົາຫຼີ, ປະທານໝູນວຽນ ສະພາຄວາມໝັ້ນຄົງ ສປຊ, ຮ່າງມະຕິສະບັບນີ້ບໍໄດ້ຮັບການຮັບຮອງເອົາຍ້ອນມີການຄັດຄ້ານຂອງລັດເຊຍ ແລະ ຈີນ ຊື່ງແມ່ນສອງປະເທດກຳມະການບໍ່ປະຈຳການຂອງສະພາ. ໃນຂະນະທີ່ 13 ປະເທດກຳມະການຍັງເຫຼືອໄດ້ປ່ອນບັດສະໜັບສະໜູນເອກະສານສະບັບນີ້. ຮ່າງມະຕິໂດຍຝ່າຍຕາເວັນຕົກສະເໜີ ເນັ້ນໜັກເຖິງມາດຕະການໃຫ້ແກ່ສະພາບໂທດກຳປິນຂັ້ນໄດ.
ນີ້ແມ່ນຄັ້ງທີ 6 ທີ່ລັດເຊຍ ແລະ ຈີນ ໄດ້ປ່ອນບັດຂາວສຳລັບບັນດາມະຕິໂດຍຝ່າຍຕາເວັນຕົກສະເໜີ ກ່ຽວຂ້ອງເຖິງວິກິດການຢູ່ຊີຣີ./.