ລັດເຊຍ ຈະເພີ່ມທະວີກຳລັງຄວາມສາມາດປ້ອງກັນຊາດຢູ່ເຂດຊາຍແດນທາງທິດຕາເວັນຕົກສ່ຽງເໜືອ

(VOVWORLD) - ກ່ອນໜ້ານັ້ນ, ໃນທ້າຍເດືອນ ຕຸລາ 2024, ການນຳລັດເຊຍ ໄດ້ເຊັນລັດຖະບັນຍັດສ້າງຕັ້ງເຂດການທະຫານ ມົດສະກູ ແລະ ເຂດການທະຫານ ເລນິນກຣາດ ເພື່ອປັບປຸງບັນດາກຳລັງກອງທັບ ຢູ່ທາງທິດຕາເວັນຕົກສ່ຽງເໜືອປະເທດນີ້ເມື່່ອ ນາໂຕ ເປີດກ້ວາງອອກສູ່ທາງທິດເໜືອ.
ລັດເຊຍ ຈະເພີ່ມທະວີກຳລັງຄວາມສາມາດປ້ອງກັນຊາດຢູ່ເຂດຊາຍແດນທາງທິດຕາເວັນຕົກສ່ຽງເໜືອ - ảnh 1ທ່ານປະທານາທິບໍດີ ລັດເຊຍ Vladimir Putin
(ພາບ:AFP/TTXVN)

ວັນທີ 13 ມີນາ, ເມື່ອຕອບສຳພາດຕໍ່ສື່ມວນຊົນລັດເຊຍ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໃຫ້ຮູ້ວ່າ: ປະເທດນີ້ຈະຜັນຂະຫຍາຍກອງທັບ ແລະ ບັນດາລະບົບບຸກໂຈມຕີໄປຍັງເຂດໃກ້ຊາຍແດນກັບ ແຟງລັງ ແລະ ຊູແອັດ, ເຊິ່ງເປັນສອງປະເທດຫາກໍ່ເຂົ້າເປັນສະມາຊິກອົງການສົນທິສັນຍາອັດລັງຕິກເໜືອ (ນາໂຕ). ກ່ອນໜ້ານັ້ນ, ໃນທ້າຍເດືອນ ຕຸລາ 2024, ການນຳລັດເຊຍ ໄດ້ເຊັນລັດຖະບັນຍັດສ້າງຕັ້ງເຂດການທະຫານ ມົດສະກູ ແລະ ເຂດການທະຫານ ເລນິນກຣາດ ເພື່ອປັບປຸງບັນດາກຳລັງກອງທັບ ຢູ່ທາງທິດຕາເວັນຕົກສ່ຽງເໜືອປະເທດນີ້ເມື່່ອ ນາໂຕ ເປີດກ້ວາງອອກສູ່ທາງທິດເໜືອ.

        ວັນທີ 11 ມີນາ, ຊູແອັດ ກາຍເປັນສະມາຊິກທີ 32 ຂອງ ນາໂຕ, ຢຸດຕິນະໂຍບາຍບໍ່ມີການຮ່ວມສຳພັນດ້ານການທະຫານເຊິ່ງ Stokholm ໄດ້ນຳໃຊ້ແຕ່ດົນນານມາແລ້ວ. ແຟງລັງ ກໍ່ເຂົ້າຮ່ວມອົງການນີ້ນັບແຕ່ປີ 2023. ເລື່ອງ ຊູແອັດ ແລະ ແຟງລັງ, ສອງປະເທດເຄີຍເປັນເຂດກາງ ລະຫວ່າງ ລັດເຊຍ ແລະ ນາໂຕ, ເຂົ້າຮ່ວມກຸ່ມພັນທະມິດ ກໍ່ມີຄວາມໝາຍວ່າ ລັດເຊຍ ມີຊາຍແດນໂດຍກົງກັບກຸ່ມນີ້.

ຕອບກັບ

ຂ່າວ/ບົດ​ອື່ນ