ລັດເຊຍ ຊັ່ງຊາກໍລະນີດຳເນີນການເຈລະຈາກັບບັນດາປະເທດກ່ຽວກັບບັນຫາ ຢູແກຼນ

(VOVWORLD) -ມົດສະກູ ພ້ອມແລ້ວທີ່ຈະດຳເນີນການເຈລະຈາກັບບັນດາປະເທດກ່ຽວກັບບັນຫາ ຢູແກຼນ, ແຕ່ມາຮອດປະຈຸບັນ ຍັງບໍ່ທັນໄດ້ຮັບຂໍ້ສະເໜີຢ່າງເຂັ້ມງວດໃດໆກ່ຽວກັບການແລກປ່ຽນ, ຕິດຕໍ່ສື່ສານ.
ລັດເຊຍ ຊັ່ງຊາກໍລະນີດຳເນີນການເຈລະຈາກັບບັນດາປະເທດກ່ຽວກັບບັນຫາ ຢູແກຼນ - ảnh 1ມົດສະກູ ພ້ອມແລ້ວທີ່ຈະດຳເນີນການເຈລະຈາກັບບັນດາປະເທດກ່ຽວກັບບັນຫາ ຢູແກຼນ
(ພາບປະກອບ: AFP/TTXVN)

        ເມື່ອຕອບສຳພາດຕໍ່ຊ່ອງໂທລະພາບແຫ່ງຊາດ ລັດເຊຍ ໃນວັນທີ 11 ຕຸລາ, ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergei Lavrov ໃຫ້ຮູ້ວ່າ, ມົດສະກູ ພ້ອມແລ້ວທີ່ຈະດຳເນີນການເຈລະຈາກັບບັນດາປະເທດກ່ຽວກັບບັນຫາ ຢູແກຼນ, ແຕ່ມາຮອດປະຈຸບັນ ຍັງບໍ່ທັນໄດ້ຮັບຂໍ້ສະເໜີຢ່າງເຂັ້ມງວດໃດໆກ່ຽວກັບການແລກປ່ຽນ, ຕິດຕໍ່ສື່ສານ. ທ່ານເນັ້ນໜັກວ່າ, ລັດເຊຍ ຈະພິຈາລະນາ ແລະ “ບໍ່ປະຕິເສດ” ຖ້າຫາກໄດ້ຮັບການສະເໜີກ່ຽວກັບການພົບປະລະຫວ່າງທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະ ຄູ່ຕຳແໜ່ງ ອາເມລິກາ Joe Biden ທີ່ກອງປະຊຸມສຸດຍອດກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍພົ້ນເດັນແຖວໜ້າໂລກ (G20) ທີ່ຈະມາເຖິງ.

        ກ່ຽວກັບຂໍ້ມູນທີ່ວ່າ ຕວກກີ ອາດຈະເປັນຄົນກາງໄກ່ເກ່ຍຂອງການຈັດຕັ້ງການພົບປະລະຫວ່າງ ລັດເຊຍ ແລະ ຝ່າຍຕາເວັນຕົກ, ທ່ານ Sergei Lavrov ໃຫ້ຮູ້ວ່າ ມົດສະກູ ຍັງບໍ່ທັນໄດ້ຮັບຂໍ້ສະເໜີຈາກຝ່າຍ ອາກາຣາ.

ຕອບກັບ

ຂ່າວ/ບົດ​ອື່ນ