ລັດເຊຍ ຊົມເຊີຍ ອາເມລິກາ ເຂົ້າຮ່ວມການປະຕິບັດຂໍ້ຕົກລົງກ່ຽວກັບເຂດຫລຸດຜ່ອນຄວາມເຄັ່ງຕຶງຢູ່ ຊີຣີ

(VOVWORLD) -ວັນທີ 12 ພຶດສະພາ ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergei Lavrov ຖະແຫຼງວ່າ: ລັດເຊຍ ຈະຊົມເຊີຍທຸກການປະກອບສ່ວນຂອງ ອາເມລິກາ ໃນການປະຕິບັດບົດບັນທຶກຊ່ວຍຈຳກ່ຽວກັບການສ້າງຕັ້ງບັນດາເຂດຫລຸດຜ່ອນຄວາມເຄັ່ງຕຶງຢູ່ ຊີຣີ

ລັດເຊຍ ຊົມເຊີຍ ອາເມລິກາ ເຂົ້າຮ່ວມການປະຕິບັດຂໍ້ຕົກລົງກ່ຽວກັບເຂດຫລຸດຜ່ອນຄວາມເຄັ່ງຕຶງຢູ່ ຊີຣີ - ảnh 1 ທ່ານລັດຖະມົນຕີການຕ່າງປະເທດ Sergei Lavrov (ພາບ: vietnam+)

ກ່າວຄຳເຫັນຕໍ່ວົງການນັກຂ່າວ ຢູ່ນອກກອງປະຊຸມຂັ້ນລັດຖະມົນຕີການຕ່າງປະເທດສະພາຂົ້ວໂລກເໜືອຢູ່ລັດ Alaska ປະເທດ ອາເມລິກາ, ທ່ານລັດຖະມົນຕີການຕ່າງປະເທດ Sergei Lavrov ໃຫ້ຮູ້ວ່າ ເວັ້ນເສຍແຕ່ຄວາມສາມາດ ອາເມລິກາ ຈະເຂົ້າຮ່ວມໃນຖານະເປັນນັກສັງເກດການຢູ່ບັນດາເຂດຫລຸດຜ່ອນຄວາມເຄັ່ງຕຶງຢູ່ ຊີຣີ, ແຕ່ຍັງຄົງເນັ້ນໜັກວ່າ: ສິ່ງດັ່ງກ່າວ ຄວນໄດ້ຮັບຄວາມເຫັນດີຈາກບັນດາຝ່າຍທີ່ກ່ຽວຂ້ອງ, ລວມມີທັງອຳນາດການປົກຄອງປະເທດຕາເວັນອອກກາງນີ້. ຕາມທ່ານ Sergei Lavrov ແລ້ວ ພາຍຫລັງ 10 – 12 ມື້ຕື່ມອີກ ຈະດຳເນີນການພົບປະລະຫວ່າງບັນດານັກຊ່ຽວຊານ ລັດເຊຍ, ຕວກກີ ແລະ ອີຣານ - ບັນດາປະເທດອຸປະຖຳການຢຸດຍິງຢູ່ ຊີຣີ ເພື່ອປຶກສາຫາລືບັນດາບັນຫາລະອຽດກ່ຽວກັບເລື່ອງສ້າງຕັ້ງເຂດຫລຸດຜ່ອນຄວາມເຄັ່ງຕຶງ, ລວມມີບັນດາເຂດປອດໄພທີ່ຢູ່ອ້ອມຂ້າງເຂດຫລຸດຜ່ອນຄວາມເຄັ່ງຕຶງ, ບັນດາຄ້າຍຕິດຕາມກວດກາ ແລະ ຄວບຄຸມ.

ຕອບກັບ

ຂ່າວ/ບົດ​ອື່ນ