ລັດເຊຍ ຍິງຍານອາວະກາດຂຶ້ນສູ່ສະຖານີອາວະກາດ

(VOVWORLD) - ໃນເວລາ 20ໂມງ 57 ນາທີ (ຕາມເວລາ ຫວຽດນາມ) ວັນທີ 25 ກັນຍາ, ຍານອາວະກາດ Soyuz ຂອງ ລັດເຊຍ ພ້ອມກັບນັກອາວະກາດ 3 ຄົນ ໄດ້ຍິງຂຶ້ນສູ່ສະຖານີອາວະກາດສາກົນ (ISS) ຈາກສະໜາມບິນອາວະກາດ Baikonur ຢູ່ ກາຊັກສະຖານ.
ລັດເຊຍ ຍິງຍານອາວະກາດຂຶ້ນສູ່ສະຖານີອາວະກາດ - ảnh 1 ລັດເຊຍ ຍິງຍານອາວະກາດຂຶ້ນສູ່ສະຖານີອາວະກາດ (ພາບ: AFP/TTXVN)

        ໃນການເດີນທາງນີ້, ເປັນຄັ້ງທຳອິດທີ່ມີການເຂົ້າຮ່ວມຂອງນັກອາວະກາດ Hazzaa AlMansoori ທີ່ມາຈາກ ສະຫະລັດ ອາຣັບ ເອມີເລດ (UAE). ສະມາຊິກ 2 ຄົນທີ່ຍັງເຫຼືອນັ້ນ ລວມມີນັກອາວະກາດ ລັດເຊຍ 1 ຄົນ ແລະ ນັກອາວະກາດ ອາເມລິກາ 1 ຄົນ. ນັກອາວະກາດ UAE ຈະເຮັດວຽກຕົວຈິງຢູ່ ISS ເປັນເວລາ 8 ວັນ.

        ອົງການອາວະກາດ Roscosmos ຂອງ ລັດເຊຍ ປະກາດວ່າ ຍານອາວະກາດ Soyuz ໄດ້ບິນເຂົ້າວົງໂຄຈອນເປັນທີ່ຮຽບຮ້ອຍແລ້ວ.

ຕອບກັບ

ຂ່າວ/ບົດ​ອື່ນ