ລັດເຊຍ, ຕວັກກີ, ອີຣານ ມີຄວາມວິຕົກກັງວົນກ່ຽວກັບບັນດາກຸ່ມກໍ່ການຮ້າຍຢູ່ ຊີຣີ
(VOVWORLD) -ລັດເຊຍ, ຕວັກກີ ແລະ ອີຣານ ມີຄວາມວິຕົກກັງວົນຕໍ່ເລື່ອງກຸ່ມກໍ່ການຮ້າຍຢູ່ແຂວງ Idlib, ຊີຣີ ພວມເພີ່ມຂຶ້ນ.
ນີ້ແມ່ນຂໍ້ສັງເກດທີ່ໄດ້ຍົກອອກໃນຖະແຫຼງການຮ່ວມ ພາຍຫລັງກອງປະຊຸມປຶກສາຫາລືຫລາຍຝ່າຍກ່ຽວກັບ ຊີຣີ ຢູ່ Nur-sultan, ປະເທດ ກາຊັກສະຖານ. ໃນຖະແຫຼງການຮ່ວມ, ບັນດາເຈົ້າໜ້າທີ່ ລັດເຊຍ, ຕວັກກີ ແລະ ອີຣານ ໄດ້ເນັ້ນໜັກເຖິງຄວາມຈຳເປັນ ຕ້ອງສ້າງສັນຕິພາບຢູ່ພື້ນທີ່ຕົວຈິງ.
(ພາບປະກອບ AFP/TTXVN) |
ກ່ຽວຂ້ອງເຖິງຄະນະກຳມະການລັດຖະທຳມະນູນ ຊີຣີ, 3 ປະເທດກໍ່ຖືວ່າ: ອົງການນີ້ ຄວນເຄື່ອນໄຫວອີງໃສ່ຄຳໝັ້ນສັນຍາທີ່ມີລັກສະນະສ້າງສັນ ແລະ ປະນີປະນອມ ເຊິ່ງບໍ່ມີການແຊກແຊງ ແລະ ບັງຄັບກ່ຽວກັບວັນເວລາຈາກພາຍນອກ.