ລັດເຊຍ, ຕວກກີ, ອີຣານ ສະໜັບສະໜູນຝ່າຍລຸກຮື້ຂຶ້ນຊີຣີເຂົ້າຮ່ວມການເຈລະຈາ

ລັດເຊຍ, ຕວກກີ, ອີຣານ ສະໜັບສະໜູນຝ່າຍລຸກຮື້ຂຶ້ນຊີຣີເຂົ້າຮ່ວມການເຈລະຈາ - ảnh 1
ຜູ້ຕ່າງໜ້າບັນດາປະເທດເຂົ້າຮ່ວມການ​ເຈລະຈາ​
ສັນຕິພາບ​ທີ່​ດຳ​ເນີນ​ໄປ​ຢູ່​ນະຄອນຫລວງ Astana
.(ພາບ: EPA/TTXVN)

(vovworld) – ​ ວັນ​ທີ 24/01, ​ເມື່ອ​ສິ້ນ​ສຸດ​ການ​ເຈລະຈາ​ສັນຕິພາບ​ທີ່​ດຳ​ເນີນ​ໄປ​ຢູ່​ນະຄອນຫລວງ Astana, ປະ​ເທດ ກາ​ຊັກ​ສະຖານ ກ່ຽວ​ກັບ​ສະພາບ​ການ​ຢູ່ ຊີຣີ. 3 ປະ​ເທດອຸປະຖຳ​ລວມມີ: ລັດ​ເຊຍ, ອີຣານ ​ແລະ ຕວກກີ ​ໄດ້​ອອກ​ຖະ​ແຫຼ​ງການ​ຮ່ວມ​ຢືນຢັນ​ວ່າ ບັນລຸ​ໄດ້​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ກ່ຽວ​ກັບ​ກົນ​ໄກ​ຄວບ​ຄຸມ​ການ​ປະຕິບັດ​ຄຳ​ສັ່ງ​ຢຸດ​ຍິງ​ຢູ່ ຊີຣີ. ຕາມ​ຖະ​ແຫຼ​ງການ​ຮ່ວມ ລັດ​ເຊຍ, ອີຣານ ​ແລະ ຕວກກີ ​ແລ້ວ​ແມ່ນ​ເຫັນ​ດີ​ເປັນ​ເອກະ​ພາບ​ສ້າງ​ຕັ້ງ​ກົນ​ໄກ 3 ຝ່າຍ​ເພື່ອ​ຕິດຕາມ​ກວດກາ ​ແລະ ຮັບປະກັນ​ການ​ປະຕິບັດ​ຄຳ​ສັ່ງ​ຢຸດ​ຍິງ​ຢ່າງ​ຄົບ​ຖ້ວນ. ຖະ​ແຫຼ​ງການ​ຊີ້​ແຈ້ງວ່າ ບັນດາ​ປະ​ເທດ​ອຸປະຖຳ​​ໄດ້ສະໜັບ​ສະ​ໜູນ​ຄວາມກຽມ​ພ້ອມ​​ຂອງ​ບັນດາ​ກຸ່ມ​ຝ່າຍ​ຄ້ານ​ເຂົ້າ​ຮ່ວມຮອບ​ເຈລະຈາ​ດ້ານ​ການ​ເມືອງ​ຄັ້ງ​ຕໍ່​ໄປ ພາຍ​ໃຕ້​ການ​ອຸປະຖຳ​ຂອງ​ສະຫະ​ປະຊາ​ຊາດ​ຢູ່ ​ເຊີ​ແນວ ປະ​ເທດ ສະ​ວິດ ​ໃນ​ວັນ​ທີ 08/02 ຈະ​ມາ​ເຖິງ.

        ລັດຖະບານ ຊີຣີ ຕີ​ລາຄາ​ວ່າ ​​ການ​ເຈລະຈາ​ສັນຕິພາບ​ຢູ່ Astana ​​ແມ່ນ​ປະສົບ​ຜົນສຳ​ເລັດ ແລະ ສະ​ແດງ​ໃຫ້​ເຫັນ​ການ​ສະໜັບ​ສະ​ໜູນ​ຕໍ່​ຖະ​ແຫຼ​ງການ​ຮ່ວມ​ລະຫວ່າງ ລັດ​ເຊຍ, ອີຣານ ​ແລະ ຕວກກີ.

ຂ່າວ/ບົດ​ອື່ນ