ລັດເຊຍ, ຕວັກກີສືບຕໍ່ດຳເນີນບັນດາການລາດຕະເວັນຮ່ວມຢູ່ຊີຣີ

(VOVWORLD) -ການລາດຕະເວນຮ່ວມຄັ້ງທີ 9 ຢູ່ເສັ້ນທາງຄວາມໄວສູງ M-4 ຢູ່ Idlib ໄດ້ຮັບການດຳເນີນ ດ້ວຍການເຂົ້າຮ່ວມຂອງບັນດານາຍທະຫານຂຶ້ນກັບກຳລັງທະຫານບົກ ແລະ ກອງທັບອາກາດ

ລັດເຊຍ, ຕວັກກີສືບຕໍ່ດຳເນີນບັນດາການລາດຕະເວັນຮ່ວມຢູ່ຊີຣີ - ảnh 1 ກອງທັບຕວັກກີ ແລະ ລັດເຊຍ ໄດ້ດຳເນີນການລາດຕະເວນຮ່ວມ

(ພາບປະກອບ: AFP/TTXVN)

ກອງທັບຕວັກກີ ແລະ ລັດເຊຍ ໄດ້ດຳເນີນການລາດຕະເວນຮ່ວມຄັ້ງທີ 9 ຢູ່ລຽບຕາມເສັ້ນທາງຄວາມໄວສູງທີ່ເປັນຈຸດສຸມຢູ່ແຂວງ Idlib, ຂຶ້ນກັບທິດຕາເວັນຕົກສ່ຽງເໜືອຊີຣີ. ແຈ້ງການໃນວັນທີ 07 ພຶດສະພາຂອງກະຊວງປ້ອງກັນປະເທດຕວັກກີ ຊີ້ແຈ້ງວ່າ, “ການລາດຕະເວນຮ່ວມຄັ້ງທີ 9 ຢູ່ເສັ້ນທາງຄວາມໄວສູງ M-4 ຢູ່ Idlib ໄດ້ຮັບການດຳເນີນ ດ້ວຍການເຂົ້າຮ່ວມຂອງບັນດານາຍທະຫານຂຶ້ນກັບກຳລັງທະຫານບົກ ແລະ ກອງທັບອາກາດ”. ກ່ອນໜ້ານັ້ນ, ການລາດຕະເວນຮ່ວມຄັ້ງທີ 8 ໄດ້ດຳເນີນໃນວັນທີ 05 ພຶດສະພາ. ການລາດຕະເວນແມ່ນພາກສ່ວນໜຶ່ງໃນຄວາມມານະພະຍາຍາມຂອງ 2 ປະເທດ ເພື່ອແນໃສ່ຮັກສາຂໍ້ຕົກລົງຢຸດຍິງຢູ່ Idlib.

ຕອບກັບ

ຂ່າວ/ບົດ​ອື່ນ