ລັດເຊຍ ຖະແຫຼງວ່າ ຈະໂຕ້ຕອບຖ້າຫາກ NATO ເປີດກ້ວາງໄປສູ່ ທາງທິດຕາເວັນອອກ

ລັດເຊຍ ຖະແຫຼງວ່າ ຈະໂຕ້ຕອບຖ້າຫາກ NATO ເປີດກ້ວາງໄປສູ່ ທາງທິດຕາເວັນອອກ - ảnh 1
ກຳລັງ NATO
(ພາບ: AP)


(vovworld) – ວັນ​ທີ 25/12, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ລັດ​ເຊຍ Alexander Lukashevich ຖະ​ແຫຼ​ງວ່າ, ການ​ເປີດ​ກວ້າງ​ອົງການ NATO ​ໄປ​ສູ່ທາງ​ທິດຕາ​ເວັນ​ອອກ ຈະ​ບັງຄັບ​ໃຫ້​ລັດ​ເຊຍ​ ຕ້ອງ​ດຳ​ເນີນ​ບັນດາ​ມາດ​ຕະການ​ໂຕ້​ຕອບທີ່ເໝາະ​ສົມ. ກ່າວ​ຄຳ​ເຫັນ​ກັບ​ສຳນັກ​ຂ່າ​ວສານ Interfax, ທ່ານ Lukashevich ​ເນັ້ນ​ໜັກ​ວ່າ, ລັດ​ເຊຍ ຖື​ວ່າ ​ເລື່ອງ​ຢູ​ແກຼນ “ຫັນ​ໄປ​ສູ່​ຝ່າຍ​ເອີ​ລົບ - ມະຫາ​ສະ​ໝຸດອັດ​ລັງ​ຕິກ” ກໍ່​ບໍ່​ສາມາດຊ່ວຍ​ກີ​ແອບ ​ແກ້​ໄຂ​ບັນດາ​ຄວາມ​ຫຍຸ້ງຍາກ​ກ່ຽວ​ກັບ​ດ້ານ​ເສດຖະກິດ, ສັງຄົມ​ໄດ້.

        ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ​ເມື່ອ​ຕອບ​ສຳພາດ​ຕໍ່​ໜັງສືພິມ Kommersant, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ລັດ​ເຊຍ Sergei Lavrov ຖື​ວ່າ, ຫຼາຍ​ປະ​ເທດ​ສະຫະພາບ​ເອີ​ລົບ (EU) ​ໄດ້ລະງັບ​ໃຈ​ຕໍ່​ເລື່ອງ​ລົງ​ໂທດ​ມົດສກູ ​ແຕ່​ອາ​ເມ​ລິ​ກາ ​ໄດ້ບັງຄັບ​ໃຫ້ທັງ EU ຕ້ອງ​ປະຕິບັດ​ຕາມ​ຄຳ​ສັ່ງຈັດ​ວາງ​ດັ່ງກ່າວ. ທ່ານ Sergei Lavrov ​ເນັ້ນ​ໜັກ​ວ່າ, ​ການ​ລົງ​ໂທດ​ຂອງ​ຝ່າຍ​ຕາ​ເວັນ​ອອກ ​ແມ່ນ​ຝືນກັບມາດຖານ​ສາກົນ ​ແລະ ກໍ່​ຄວາມ​ເສຍ​ຫາຍ​ດ້ານ​ເສດຖະກິດ​ໃຫ້​​ແກ່ພື້ນຖານ​ເສດຖະກິດ​ລັດ​ເຊຍ. ​ແຕ່​ວ່າ, ທ່ານ​ກໍ່​ຕັກ​ເຕືອນວ່າ ມົດສກູ ບໍ່​ຮັດ​ແຄບ​ຈຳນວນ​ຄູ່​ຮ່ວມ​ມື​ບົນ​ພື້ນຖານ​ສະ​ເໝີ​ພາບ ​ແລະ ຄວາມ​ດຸ່ນດ່ຽງດ້ານຜົນ​ປະ​ໂຫຍ​ດ.

ຂ່າວ/ບົດ​ອື່ນ