ລັດ​ເຊຍ ຖື​ເປັ​ນ​ສຳ​ຄັນ​ການ​ພົວ​ພັນ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ຢ່າງ​ສະ​ໜິດ​ສະ​ໜົມ​ກັບ​ຈີນ

(VOVWORLD) - ວັນທີ 1 ຕຸລາ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ສົ່ງສານອວຍພອນໄປຍັງທ່ານປະທານປະເທດ ຈີນ ສີຈິ້ນຜິງ ເນື່ອງໃນໂອກາດ 75 ປີແຫ່ງວັນສະຖາປະນາປະເທດ ສປ.ຈີນ (1 ຕຸລາ 1949 – 1 ຕຸລາ 2024).
ລັດ​ເຊຍ ຖື​ເປັ​ນ​ສຳ​ຄັນ​ການ​ພົວ​ພັນ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ຢ່າງ​ສະ​ໜິດ​ສະ​ໜົມ​ກັບ​ຈີນ - ảnh 1ພາບປະກອບ: Agenzianova

ໃນສານ, ທ່ານປະທານາທິບໍດີ Vladimir Putin ໄດ້ຢັ້ງຢືນວ່າ ຈີນ ໄດ້ບັນລຸບັນດາຜົນສຳເລັດທີ່ເປັນໜ້າປະທັບໃຈໃນການພັດທະນາເສດຖະກິດ, ສັງຄົມ, ວິທະຍາສາດ ແລະ ເຕັກໂນໂລຢີ. ທ່ານປະທານາທິບໍດີ Vladimir Putin ໄດ້ຢັ້ງຢືນວ່າ ລັດຖະບານຖືເປັນສຳຄັນ “ການພົວພັນຖານບ້ານໃກ້ເຮືອນຄຽງທີ່ສະໜິດສະໜົມ, ດີງາມ” ກັບຈີນ, ພ້ອມທັງສະແດງຄວາມຫວັງຈະເພີ່ມວົງເງິນການຄ້າສອງຝ່າຍ ແລະ ປະຕິບັດຫຼາຍໂຄງການຮ່ວມມືດ້ວຍຂອບຂະໜາດໃຫຍ່ ໃນຫຼາຍຂົງເຂດ. ທ່ານປະທານາທິບໍດີ Vladimir Putin ຈະສືບຕໍ່ຮ່ວມມືກັບ ຈີນ ເພື່ອເພີ່ມທະວີການການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານໃຫ້ຫຼາຍກ່ວາອີກໃນຍຸກສະໄໝໃໝ່ລະຫວ່າງສອງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ