ລັດ​ເຊຍ ປະ​ກາດ​ຈຸດ​ເວ​ລາ​ດຳ​ເນີນ​ການ​ເຈ​ລະ​ຈາ​ລະ​ຫວ່າງ​ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ ແລະ ຕວັກ​ກີ

(VOVWORLD) - ຄາດວ່າ ທ່ານປະທານາທິບໍດີ ລັດເຊຍ Vladimir Putin ຈະພົບປະເຈລະຈາກັບຄູ່ຕຳແໜ່ງຕວັກກີ  ທ່ານRecep Tayyip Erdogan, ຢູ່ນະຄອນ Sochi, ຢູ່ແຄມທະເລດຳ ຂອງ ລັດເຊຍ, ໃນວັນທີ 4 ກັນຍາ ຈະມາເຖິງ.
ລັດ​ເຊຍ ປະ​ກາດ​ຈຸດ​ເວ​ລາ​ດຳ​ເນີນ​ການ​ເຈ​ລະ​ຈາ​ລະ​ຫວ່າງ​ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ ແລະ ຕວັກ​ກີ - ảnh 1ທ່ານປະທານາທິບໍດີ ລັດເຊຍ Vladimir Putin  ແລະ ຄູ່ຕຳແໜ່ງຕວັກກີ  ທ່ານ Recep Tayyip Erdogan (ພາບ: AFP/TTXVN)

ວັນທີ 1 ກັນຍາ, ສຳນັກຂ່າວສານ TASS ຂອງ ລັດເຊຍ ໄດ້ຄັດສະເໜີຄຳປາໄສຂອງທ່ານ Dmitry Peskov ໂຄສົກວັງ Kremlin ໂດຍໃຫ້ຮູ້ວ່າ ຄາດວ່າ ທ່ານປະທານາທິບໍດີ ລັດເຊຍ Vladimir Putin ຈະພົບປະເຈລະຈາກັບຄູ່ຕຳແໜ່ງຕວັກກີ  ທ່ານ Recep Tayyip Erdogan, ຢູ່ນະຄອນ Sochi, ຢູ່ແຄມທະເລດຳ ຂອງ ລັດເຊຍ, ໃນວັນທີ 4 ກັນຍາ ຈະມາເຖິງ.

        ເມື່ອກ່າວຄຳເຫັນຕໍ່ວົງການນັກຂ່າວ, ທ່ານ Dmitry Peskov ຊີ້ແຈ້ງວ່າ ການພົບປະເຈລະຈາ ຈະຈັດຂຶ້ນໃນຕອນບ່າຍວັນທີ 4 ກັນຍາ ຢູ່ນະຄອນ Sochi. ຖ້າຫາກວ່າ ເຫດການດັ່ງກ່າວໄດ້ດຳເນີນ, ນີ້ຈະແມ່ນການພົບປະທຳອິດລະຫວ່າງການນຳສອງປະເທດ ນັບແຕ່ເມື່ອຂໍ້ຕົກລົງ ຂໍ້ລິເລີ່ມທັນຍາພືດທະເລດຳ ໝົດຜົນສັກສິດ ແລະ ບໍ່ໄດ້ຕໍ່ກຳນົດເວລາໃນເດືອນ ກໍລະກົດ ຜ່ານມາ. ກ່ອນໜ້ານັ້ນ, ການນຳສອງທ່ານ ໄດ້ພົບປະໂດຍກົງ ຢູ່ Astana, ກາຊັກສະຖານ ໃນວັນທີ 13 ຕຸລາ 2022.  ຫຼັງຈາກນັ້ນ, ທ່ານປະທານາທິບໍດີ Putin ແລະ ຄູ່ຕຳແໜ່ງ, ທ່ານ Erdogan ຍັງຮັກສາການຕິດຕໍ່ພົວພັນ. ການເຈລະຈາທາງໂທລະສັບຄັ້ງຫຼ້າສຸດຂອງການນຳ 2 ທ່ານ ໄດ້ດຳເນີນໃນວັນທີ 2 ສິງຫາ ຜ່ານມາ.

 

ຕອບກັບ

ຂ່າວ/ບົດ​ອື່ນ