ລັດ​ເຊຍ​ ປະ​ກາດ​ເນ​ລະ​ເທດ​ພະ​ນັກ​ງານ​ການ​ທູດ ຊູ​ແອັດ

(VOVWORLD) - ວັນທີ 26 ເມສາ, ກະຊວງການຕ່າງປະເທດ ລັດເຊຍ ໄດ້ປະກາດຂໍ້ຕົກລົງວ່າດ້ວຍການເນລະເທດນັກການທູດ ຊູແອັດ 3 ຄົນ ເພື່ອແນໃສ່ຕອບໂຕ້ຂໍ້ຕົກລົງທີ່ຄ້າຍຄືກັນຂອງອຳນາດການປົກຄອງ Stockholm.
ລັດ​ເຊຍ​ ປະ​ກາດ​ເນ​ລະ​ເທດ​ພະ​ນັກ​ງານ​ການ​ທູດ ຊູ​ແອັດ - ảnh 1ສະຖານທູດ ຊູແອັດ ປະຈຳ ມົດສະກູ (ພາບ:wikipedia.org)

ປະຕິກິລິຍາຕໍ່ການກະທຳດັ່ງກ່າວ, ໃນວັນດຽວກັນ, ທ່ານນາງລັດຖະມົນຕີການຕ່າງປະເທດ ຊູແອັດ Ann Linde ໄດ້ຕຳໜິຕິຕຽນວ່າ ນີ້ແມ່ນການກະທຳ “ບໍ່ເໝາະສົມ”. ເຈົ້າໜ້າທີ່ຄົນນີ້ປະກາດວ່າ Stockholm ຈະໂຕ້ຕອບຄືນຕາມແບບວິທີທີ່ເໝາະສົມກັບການກະທຳ “ທີ່ບໍ່ເໝາະສົມ” ຂອງ ມົດສະກູ.

    ກ່ອນໜ້ານັ້ນໜຶ່ງວັນ, ກະຊວງການຕ່າງປະເທດ ລັດເຊຍ ກໍໄດ້ປະກາດວ່າໄດ້ເອົາຊື່ພະນັກງານການທູດ ເຢຍລະມັນ 40 ຄົນ ເຂົ້າບັນຊີລາຍຊື່ຜູ້ທີ່ “ບໍ່ໄດ້ຮັບຄວາມຊົມເຊີຍ” ເພື່ອແນໃສ່ໂຕ້ຕອບການກະທຳທີ່ຄ້າຍຄືກັນຂອງ ແບັກແລງ ກ່ອນໜ້ານັ້ນ. ກະຊວງການຕ່າງປະເທດ ລັດເຊຍ ກໍໄດ້ ຮຽກຕົວເອກອັກຄະລັດຖະທູດ ເຢຍລະມັນ ຢູ່ ມົດສະກູ ມາເພື່ອແຈ້ງໃຫ້ຊາບກ່ຽວກັບການຕົກລົງນີ້.


 

ຕອບກັບ

ຂ່າວ/ບົດ​ອື່ນ