ລັດ​ເຊຍ​ ປະ​ກາດ​ແຜນ​ການ​ປັບ​ຕົ​ວ​ໃຫ້​ແທດ​ເໝາະ​ກັບ​ການ​ປ່ຽ​ນ​ແປງ​ຂອງ​ດິນ​ຟ້າ​ອາກ​າດ

(VOVWORLD) -ໃນເວລາມໍ່ໆມານີ້, ລັດຖະບານ ລັດເຊຍ ຫາກໍ່ປະກາດແຜນການປັບຕົວພື້ນຖານເສດຖະກິດ ແລະ ພົນລະເມືອງ ໃຫ້ແທດເໝາະກັບການປ່ຽນແປງຂອງດິນຟ້າອາກາດ.

ແຜນການດັ່ງກ່າວໄດ້ປະກາດໃນ ເວັບໄຊ ລັດຖະບານ ໃນວັນທີ 4 ມັງກອນ, ໃນນັ້ນ ມີ ຮ່າງແຜນການກະທຳ, ຮັບຮູ້ບັນດາຜົນຮ້າຍຂອງການປ່ຽນແປງດິນຟ້າອາກາດສຳລັບການພັດທະນາເສດຖະກິດ - ສັງຄົມ ກໍ່ຄືຊີວິດການເປັນຢູ່, ສຸຂະພາບຂອງ ປະຊາຊົນ.

        ແຜນການໄດ້ວາງອອກຫຼາຍມາດຕະການປ້ອງກັນ ແລະ ຕ້ານການປ່ຽນແປງຂອງດິນຟ້າອາກາດ, ພ້ອມທັງກຽມຄວາມພ້ອມສຳລັບບັນດາກໍລະນີເກີດວິກິດການຄື ສະສົມ ວັກຊີນ ຮີບດ່ວນ ຫຼື ຂຶ້ນແຜນການ ຍົກຍ້າຍ ປະຊາຊົນເຖິງເຂດປອດໄພໃນກໍລະນີເກີດ ໄພພິບັດ. ໃນບັນຊີລາຍຊື່ ລວມມີ 30 ມາດຕະການ, ລັດຖະບານ ລັດເຊຍ ຈະຄິດໄລ່ຄວາມສ່ຽງວ່າ ບັນດາ ຜະລິດຕະພັນ ຂອງ ລັດເຊຍ ຈະບໍ່ມີລັກສະນະແກ້ງແຍ້ງ ແລະ ບໍ່ສາມາດຕອບສະໜອງໄດ້ບັນດາມາດຕະການໃໝ່ທີ່ກ່ຽວຂ້ອງເຖິງດິນຟ້າອາກາດ, ກໍ່ຄື ການກະກຽມບັນດາເອກະສານການສຶກສາໃໝ່ເພື່ອສິດສອນກ່ຽວກັບການປ່ຽນແປງຂອງດິນຟ້າອາກາດຢູ່ ບັນດາໂຮງຮຽນ.

ຕອບກັບ

ຂ່າວ/ບົດ​ອື່ນ