ລັດເຊຍ ພ້ອມແລ້ວທີ່ຈະສົ່ງຄະນະຜູ້ແທນໄປຍັງ Minsk ເພື່ອເຈລະຈາກັບ ຢູແກຼນ
(VOVWORLD) -ທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky ໄດ້ຖະແຫຼງວ່າ ທ່ານພ້ອມແລ້ວທີ່ຈະເຈລະຈາ ເພື່ອຢຸດຕິການບຸກໂຈມຕີດ້ານການທະຫານຂອງລັດເຊຍ ດ້ວຍເງື່ອນໄຂຕ້ອງຮັບປະກັນຄວາມສະຫງົບປອດໄພ.
ປະທານາທິບໍດີລັດເຊຍ Vladimir Putin (ພາບ: TTXVN/AFP)
|
ວັນທີ 25 ກຸມພາ, ທ່ານ Dmitry Peskov ໂຄສົກວັງ Kremlin ໃຫ້ຮູ້ວ່າ ລັດເຊຍ ພ້ອມແລ້ວທີ່ຈະສົ່ງຄະນະຜູ້ແທນໄປຍັງນະຄອນຫຼວງ Minsk ຂອງ Belarus ເພື່ອເຈລະຈາກັບ ຢູແກຼນ, ພາຍຫຼັງເວລາ 1 ວັນທີ່ລັດເຊຍ ໄດ້ດຳເນີນບັ້ນຮົບການທະຫານຢູ່ ຢູແກຼນ ຕາເວັນອອກ.
ກ່າວຄຳເຫັນທີ່ບັນດາສຳນັກຂ່າວສານລັດເຊຍ, ທ່ານ Dmitry Peskov ເນັ້ນໜັກວ່າ ລັດເຊຍ ພ້ອມແລ້ວທີ່ຈະສົ່ງຄະນະຜູ້ແທນໄປຍັງ ຢູແກຼນ ຊື່ງລວມມີບັນດາເຈົ້າໜ້າທີ່ກະຊວງປ້ອງກັນປະເທດ ແລະ ກະຊວງການຕ່າງປະເທດ ເພື່ອຈະເຈລະຈາ.
ກ່ອນໜ້ານັ້ນ, ທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky ໄດ້ຖະແຫຼງວ່າ ທ່ານພ້ອມແລ້ວທີ່ຈະເຈລະຈາ ເພື່ອຢຸດຕິການບຸກໂຈມຕີດ້ານການທະຫານຂອງລັດເຊຍ ດ້ວຍເງື່ອນໄຂຕ້ອງຮັບປະກັນຄວາມສະຫງົບປອດໄພ. ທ່ານພ້ອມແລ້ວທີ່ຈະເຈລະຈາກ່ຽວກັບຄວາມສາມາດມີກົນໄກເປັນກາງໃຫ້ແກ່ ຢູແກຼນ ແຕ່ກໍ່ໄດ້ເນັ້ນໜັກວ່າ ປະເທດຂອງທ່ານຕ້ອງໄດ້ຮັບປະກັນ.