ລັດ​ເຊຍ, ຢູ​ແກຼນ ​ເຫັນ​ດີຕໍ່ຫຼັກການຂອງ​ຂໍ້​ຕົກ​ລົງ​ຂົນ​ສົ່ງ​​ເຊື້ອ​ເພີ​ງ​ໄປ​ຍັງ ​ເອີຣົບ

(VOVWORLD) -ສອງປະເທດ ລັດເຊຍ ແລະ ຢູແກຼນ ໄດ້ເຫັນດີຕໍ່ຫຼັກການກ່ຽວກັບຂໍ້ຕົກລົງວ່າດ້ວຍການຂົນສົ່ງເຊື້ອເພີງສະບັບໃໝ່, ຜ່ານນັ້ນ ຫຼີກລ້ຽງໄດ້ສະພາບຄວາມເຄ່ັງຕຶງທີ່ເກີດຂຶ້ນເມື່ອປີ 2009. 
ລັດ​ເຊຍ, ຢູ​ແກຼນ ​ເຫັນ​ດີຕໍ່ຫຼັກການຂອງ​ຂໍ້​ຕົກ​ລົງ​ຂົນ​ສົ່ງ​​ເຊື້ອ​ເພີ​ງ​ໄປ​ຍັງ ​ເອີຣົບ - ảnh 1 (ພາບປະກອບ: AFP/TTXVN)

        ພາຍຫຼັງຂະບວນວິວັດເຈລະຈາທີ່ແກ່ຍາວມາເປັນເວລາໜຶ່ງເດືອນ ກັບ ຜູ້ຕາງໜ້າອົງການໄກ່ເກ່ຍ ລະຫວ່າງ ສະຫະພັນ ເອີຣົບ ແລະ ເຢຍລະມັນ, ສອງປະເທດ ລັດເຊຍ ແລະ ຢູແກຼນ ໄດ້ເຫັນດີຕໍ່ຫຼັກການກ່ຽວກັບຂໍ້ຕົກລົງວ່າດ້ວຍການຂົນສົ່ງເຊື້ອເພີງສະບັບໃໝ່, ຜ່ານນັ້ນ ຫຼີກລ້ຽງໄດ້ສະພາບຄວາມເຄ່ັງຕຶງທີ່ເກີດຂຶ້ນເມື່ອປີ 2009. ຕາມໝາກຜົນດັ່ງກ່າວແລ້ວ, ເຊື້ອເພີງຂອງ ລັດເຊຍ ຈະສືບຕໍ່ໄດ້ຂົນສົ່ງໄປຍັງ ຢູແກຼນ ເພື່ອສົ່ງຕໍ່ໄປເຢຍລະມັນ.

        ກ່າວຄໍາເຫັນພາຍຫຼັງການເຈລະຈາທີ່ແກ່ຍາວເປັນເວລາຫຼາຍຊົ່ວໂມງ, ຕອນຄໍ່າວັນທີ 19 ທັນວາ ຢູ່ Berlin, ທ່ານຮອງປະທານຄະນະກໍາມະການເອີຣົບ Maros Sefcovic ໃຫ້ຮູ້ວ່າ ລັດເຊຍ ແລະ ຢູແກຼນ ບັນລຸໄດ້ຂໍ້ຕົກລົງ ບົນຫຼັກການກ່ຽວກັບສັນຍາວ່າດ້ວຍການສົ່ງເຊື້ອເພີງຜ່ານແດນສະບັບໃໝ່. ປັດຈຸບັນ, ລາຍລະອຽດຂອງຂໍ້ຕົກລົງສະບັບດັ່ງກ່າວ ຍັງມີຫຼາຍຈຸດຖືກປະໄວ້ ແລະ ຈະຕ້ອງສືບຕໍ່ເຈລະຈາໃນຊຸມວັນຈະມາເຖິງ. ຫຼັງຈາກນັ້ນ, ບັນດາຝ່າຍຈະລົງນາມໃນຂໍ້ຕົກລົງສະບັບດັ່ງກ່າວ.


ຕອບກັບ

ຂ່າວ/ບົດ​ອື່ນ