ລັດ​ເຊຍ, ອີ​ຣານ ລົງ​ນາມ​ໃນ​ຂໍ້​ຕົກ​ລົງ​ການ​ເງິນ

(VOVWORLD) - ອີຣານ ແລະ ລັດເຊຍ ໄດ້ລົງນາມໃນຂໍ້ຕົກລົງເງິນຕາ ເພື່ອດຳເນີນການແລກປ່ຽນການຄ້າສອງຝ່າຍ, ຕາມນັ້ນແລ້ວ ຮັບປະກັນຄວາມສາມາດຊຳລະຂອງສະກຸນເງິນພາຍໃນສອງປະເທດ ໃນການດຳເນີນທຸລະກຳການຄ້າ.
ລັດ​ເຊຍ, ອີ​ຣານ ລົງ​ນາມ​ໃນ​ຂໍ້​ຕົກ​ລົງ​ການ​ເງິນ - ảnh 1ສະກຸນເງິນຣູບຂອງ ລັດເຊຍ (ພາບ: AFP/TTXVN)

ວັນທີ 6 ກໍລະກົດ, ທ່ານ Mohammad – Reza Farzin  ຜູ້ວ່າການທະນາຄານສູນກາງ ອີຣານ ໃຫ້ຮູ້ວ່າ ອີຣານ ແລະ ລັດເຊຍ ໄດ້ລົງນາມໃນຂໍ້ຕົກລົງເງິນຕາ ເພື່ອດຳເນີນການແລກປ່ຽນການຄ້າສອງຝ່າຍ, ຕາມນັ້ນແລ້ວ ຮັບປະກັນຄວາມສາມາດຊຳລະຂອງສະກຸນເງິນພາຍໃນສອງປະເທດ ໃນການດຳເນີນທຸລະກຳການຄ້າ.

              ຜູ້ວ່າການທະນາຄານສູນກາງ ອີຣານ ໄດ້ມີການພົບປະສອງຝ່າຍກັບການນຳທະນາຄານສູນກາງ ລັດເຊຍ ຢູ່ Saint Petersburg ແລະ ສອງຝ່າຍໄດ້ລົງນາມໃນຂໍ້ຕົກລົງຢ່າງສຳເລັດ. ຂໍ້ຕົກລົງສະບັບດັ່ງກ່າວ ຮັບປະກັນຄວາມສາມາດຊຳລະດ້ວຍສະກຸນເງິນ ruble ແລະ ສະກຸນເງິນ rial ໃນທຸລະກຳການຄ້າລະຫວ່າງສອງປະເທດ.

              ຕາມຂໍ້ຕົກລົງແລ້ວ, ລະບົບທະນາຄານ Shetab ຂອງ ອີຣານ ຈະເຊື່ອມຕໍ່ກັບລະບົບທະນາຄານ MIR ຂອງ ລັດເຊຍ ໃນທ້າຍເດືອນສິງຫາຈະມາເຖິງ. ພົນລະເມືອງ ອີຣານ ສາມາດຖອນເງິນ ruble ຈາກຕູ້ ATM  ດ້ວຍບັດທະນາຄານຂອງ ອີຣານ  ແລະ ພົນລະເມືອງ ລັດເຊຍ ສາມາດນຳໃຊ້ບັດທະນາຄານຂອງຕົນເພື່ອຖອນເງິນຢູ່ຕູ້ ATM ຢູ່ ອີຣານ ແລະ ນຳໃຊ້ບັດສິນເຊື່ອຂອງ ອີຣານ ຢູ່ສະຖານທີ່ຖອນເງິນຕ່າງໆຂອງ ລັດເຊຍ.

ຕອບກັບ

ຂ່າວ/ບົດ​ອື່ນ