ລັດ​ເຊຍ ຮຽກ​ຮ້ອງ​ແກ້​ໄຂ​ວິ​ກິດ​ການ​ກ່ຽວ​ຂ້ອງ​ເຖິງ JCPOA

(VOVWORLD) -ວັນທີ 04 ກໍລະກົດ, ກະຊວງການຕ່າງປະເທດ ລັດເຊຍ ຮຽກຮ້ອງບັນດາຝ່າຍທີ່ເຊັນຂໍ້ຕົກລົງນິວເຄຼຍກັບ ອີຣານ ຫຼື ຍັງເອີ້ນວ່າ ແຜນການເຄື່ອນໄຫວຮ່ວມຮອບດ້ານ (JCPOA), ຊອກຫາບັນດາມາດຕະການແກ່ວິກິດການ ໂດຍບໍ່ຕ້ອງການນຳໃຊ້ບັນດາມາດຕະການຮີບດ່ວນ.
ລັດ​ເຊຍ ຮຽກ​ຮ້ອງ​ແກ້​ໄຂ​ວິ​ກິດ​ການ​ກ່ຽວ​ຂ້ອງ​ເຖິງ JCPOA - ảnh 1ຮາກຖານນິວເຄຼຍຂອງ ອີຣານ (ພາບ: IRNA/TTXVN)

ຕາມກະຊວງການຕ່າງປະເທດລັດເຊຍແລ້ວ, ທັດສະນະພື້ນຖານຂອງບັນດາປະເທດນີ້ ແມ່ນ ທຸກບັນຫາເກີດຂຶ້ນໃນວິວັດການປະຕິບັດ JCPOA ຄວນໄດ້ຮັບການແກ້ໄຂໃນຂອບເຂດ ຄະນະກຳມະການປະສົມ. ເຖິງຢ່າງໃດກໍຕາມ, ສິ່ງທີ່ດີກວ່ານັ້ນແມ່ນ ຄວນປະຕິບັດວຽກງານນີ້ ແຕ່ຕ້ອງການນຳໃຊ້ບັນດາມາດຕະການຮີບດ່ວນ. ຕາມ ມົດສະກູ ແລ້ວ, ບັນຫາຫຼັກ ແມ່ນມຸ່ງໄປເຖິງຄາດໝາຍອັນສູງສົ່ງ ໂດຍໄດ້ກຳນົດໃນ JCPOA ແລະ ມະຕິສະບັບເລກທີ 2231 ຂອງສະພາຄວາມໝັ້ນຄົງ ສປຊ, ໂດຍບໍ່ຫົວຊາຕໍ່ບັນດາບັນຫາ ແລະ ຄວາມບໍ່ລົງລອຍກັນ. ກໍຕາມກະຊວງການຕ່າງປະເທດ ລັດເຊຍ ແລ້ວ, ອີຣານ ບໍ່ພໍໃຈຕໍ່ບັນດາຄຳໝັ້ນສັນຍາຈາກບັນດາປະເທດທີ່ເຊັນ JCPOA ແລະ ຮຽກຮ້ອງໃຫ້ພິຈາລະນາບັນດາບັນຫາຢູ່ຄະນະກໍາມະການປະສົມຕາມຂອບເຂດຂອງບັນຫາລະບຽບການທີ່ໄດ້ກຳນົດໃນມາດຕາຂອງ JCPOA.

ຕອບກັບ

ຂ່າວ/ບົດ​ອື່ນ