ລັດເຊຍ ເປີດກວ້າງບັນຊີລາຍຊື່ລົງໂທດສໍາລັບ ບຸກຄົນ ແລະອົງການຂອງ ຢູແກຼນ

(VOVWORLD) -ທ່ານນາຍົກລັດຖະມົນຕີ Medvedev ຊີ້ແຈ້ງວ່າ: “ສິ່ງດັ່ງກ່າວ ໄດ້ປະຕິບັດ ເພື່ອແນໃສ່ຮັບປະກັນຜົນປະໂຫຍດຂອງລັດ, ຂອງບັນດາບໍລິສັດ ແລະ ພົນລະເມືອງລັດເຊຍ”

ວັນທີ 25 ທັນວາ, ລັດຖະບານລັດເຊຍ ໄດ້ຖະແຫຼງວ່າ ທ່ານນາຍົກລັດຖະມົນຕີ Dmitry Medvedev ໄດ້ລົງນາມໃນລັດຖະດໍາລັດວ່າດ້ວຍການເປີດກວ້າງບັນຊີລາຍຊື່ລົງໂທດສ່ວນບຸກຄົນ ແລະ ອົງການຈັດຕ້ັງຂອງຢູແກຼນ. ລະອຽດແມ່ນ ມົດສະກູ ຈະເພີ່ມເຕີມພົນລະເມືອງ 200 ຄົນ ແລະ ອົງການຈັດຕັ້ງ ຂອງຢູແກຼນ ເຂົ້າໃນບັນຊີລາຍຊື່ລົງໂທດຕື່ມອີກ ເຊິ່ງປັດຈຸບັນ ແມ່ນມີສ່ວນບຸກຄົນກວ່າ 322 ຄົນ ແລະ ອົງການ 68 ແຫ່ງແລ້ວ. ໃນສື່ສັງຄົມອອນລາຍ Twitter ພາຍຫຼັງໄດ້ລົງນາມໃນລັດຖະດໍາລັດສະບັບນີ້, ທ່ານນາຍົກລັດຖະມົນຕີ Medvedev ຊີ້ແຈ້ງວ່າ: “ສິ່ງດັ່ງກ່າວ ໄດ້ປະຕິບັດ ເພື່ອແນໃສ່ຮັບປະກັນຜົນປະໂຫຍດຂອງລັດ, ຂອງບັນດາບໍລິສັດ ແລະ ພົນລະເມືອງລັດເຊຍ”.

        ໃນຈໍານວນສ່ວນບຸກຄົນທີ່ຖືກລົງໂທດນັ້ນ ມີ ທ່ານຮອງລັດຖະມົນຕີຜູ້ທີ 1 ກະຊວງພາຍໃນ ຢູແກຼນ, ທ່ານພົນໂທ Seihiy Yarovoi, ສະມາຊິກລັດຖະສະພາບາງຄົນ ທີ່ຂຶ້ນກັບກຸ່ມ Petro Poroshenko...ຈໍານວນໜຶ່ງ.


ຕອບກັບ

ຂ່າວ/ບົດ​ອື່ນ