( vovworld ) – ລັດເຊຍ ແລະ ຍີ່ປຸ່ນ ຫາກໍເຫັນດີເປັນກະສັນ ຈະມານະພະຍາຍາມກ່ວາອີກ ເພື່ອກ້າວໄປເຖິງການແກ້ໄຂການພິພາດກັນຢູ່ເຂດ ໝູ່ເກາະ ຊື່ງຝ່າຍຍີ່ປຸ່ນເອີ້ນວ່າເຂດດິນແດນທາງທິດເໜືອ ແລະ ລັດເຊຍ ໄດ້ເອີ້ນວ່າໝູ່າເກາະ Kuril ໃຕ້ ພາຍຫຼັງທີປະທານາທິບໍດີ ຜູ້ທີ່ຫາກໍໄດ້ຮັບການເລືອກຕັ້ງຂອງລັດເຊຍ ທ່ານ V.Putin ສາບານຕົວເຂົ້າຮັບຕຳແໜ່ງໃນວັນທີ 7/5 ທີ່ຈະມາເຖິງ. ບັນດາເຈົ້າໜ້າທີ່ຍີ່ປຸ່ນໃຫ້ຮູ້ວ່າ: ທ່ານ Koichiro Gemba ລັດຖະມົນຕີການຕ່າງປະເທດຍີ່ປຸ່ນ ແລະ ຄູ່ຮ່ວມຕຳແໜ່ງລັດເຊຍ Sergey Lavrov ບັນລຸໄດ້ຂໍ້ຕົກລົງດັ່ງກ່າວ ໃນການພົບປະເຈລະຈາສອງຝ່າຍ ຢູ່ນອກກອງປະຊຸມລັດຖະມົນຕີການຕ່າງປະເທດ ກຸ່ມບັນດາປະເທດອຸດສາຫະກຳພັດທະນາ (G8) ທີ່ພວມຈັດຂຶ້ນຢູ່ວໍຊິງຕັນ ປະເທດອາເມລິກາ. ຕາມວົງການເຈົ້າໜ້າທີ່ຍີ່ປຸ່ນແລ້ວ, ທ່ານນາຍົກລັດຖະມົນຕີຍີ່ປຸ່ນ Yoshihoko Noda ແລະ ນາຍົກລັດຖະມົນຕີ ລັດເຊຍ V.Putin ອາດຈະເຂົ້າຮ່ວມການພົບປະເຈລະຈາສອງຝ່າຍໃນໄລຍະເຂົ້າຮ່ວມກອງປະຊຸມສຸດຍອດກຸ່ມ G8 ຊື່ງຄາດວ່າຈະດຳເນີນໄປຢູ່ຄ້າຍ David ຊື່ງແມ່ນເຂດພັກຜ່ອນຂອງປະທານາທິບໍດີ ອາເມລິກາ ໃນກາງເດືອນ 5 ທີ່ຈະມາເຖິງນີ້.