ລັດເຊຍ ແລະ ຢູແກຼນ ເຫັນດີຕ້ອງສືບຕໍ່ບັນດາ ການເຈລະຈາ
(ທ່ານປະທານາທິບໍດີລັດເຊຍ Vladimir Putin ແລະ
ຄູ່ຕຳແໜ່ງຢູແກຼນ Petro Poroshenko)
(vovworld) – ຕອນຄໍ່າວັນທີ 08/09, ທ່ານປະທານາທິບໍດີລັດເຊຍ Vladimir Putin ແລະ ຄູ່ຕຳແໜ່ງຢູແກຼນ Petro Poroshenko ໄດ້ມີການໂອ້ລົມທາງໂທລະສັບ ເພື່ອປຶກສາຫາລືບັນດາບາດກ້າວເດີນ ແນໃສ່ແກ້ໄຂສະພາບການຢູ່ຢູແກຼນ ຕາເວັນອອກຢ່າງສັນຕິພາບ. ທ່ານປະທານາທິບໍດີ Putin ແລະ ທ່ານປະທານາທິບໍດີ Poroshenko ໄດ້ເນັ້ນໜັກເຖິງຄວາມຈຳເປັນຕ້ອງປະຕິບັດການຕິດຕາມກວດກາບັນດາຂໍ້ຕົກລົງຢຸດຍິງໃນປະຈຸບັນຢ່າງມີປະສິດທິຜົນ ພ້ອມກັນນັ້ນບັນດາຝ່າຍຈະສືບຕໍ່ສົມທົບກັນເພື່ອຮັກສາຂໍ້ຕົກລົງຢຸດຍິງດັ່ງກ່າວ.