ລັດເຊຍ ແລະ ອາເມລິກາ ບັນລຸໄດ້ຄວາມຄືບໜ້າໃນການເຈລະຈາກ່ຽວກັບ ສະຖຽນລະພາບຍຸດທະສາດ

(VOVWORLD) -2 ຝ່າຍສືບຕໍ່ປຶກສາຫາລືກ່ຽວກັບທຸກບັນຫາກ່ຽວຂ້ອງເຖິງສະຖຽນລະພາບຍຸດທະສາດ ແລະ ການຄວບຄຸມອາວຸດ ແລະ ບັນລຸໄດ້ຄວາມຄືບໜ້າບາງຢ່າງ.
ລັດເຊຍ ແລະ ອາເມລິກາ ບັນລຸໄດ້ຄວາມຄືບໜ້າໃນການເຈລະຈາກ່ຽວກັບ ສະຖຽນລະພາບຍຸດທະສາດ - ảnh 1ທ່ານຮອງລັດຖະມົນຕີການຕ່າງປະເທດລັດເຊຍ Sergei Ryabkov
(ພາບ: Tass)

ວັນທີ 30 ກັນຍາ, ໃນຖະແຫຼງການກ່ຽວກັບໝາກຜົນການພົບປະ 2 ຝ່າຍຢູ່ ເຊີແນວ ໃນອາທິດນີ້, ທ່ານຮອງລັດຖະມົນຕີການຕ່າງປະເທດລັດເຊຍ Sergei Ryabkov ໃຫ້ຮູ້ວ່າ, ລັດເຊຍ ແລະ ອາເມລິກາ ບັນລຸໄດ້ຄວາມຄືບໜ້າບາງບັນຫາກ່ຽວກັບການເຈລະຈາສະຖຽນລະພາບຍຸດທະສາດ. ທ່ານຮອງລັດຖະມົນຕີການຕ່າງປະເທດ Sergei Ryabkov ໃຫ້ຮູ້ວ່າ, 2 ຝ່າຍສືບຕໍ່ປຶກສາຫາລືກ່ຽວກັບທຸກບັນຫາກ່ຽວຂ້ອງເຖິງສະຖຽນລະພາບຍຸດທະສາດ ແລະ ການຄວບຄຸມອາວຸດ ແລະ ບັນລຸໄດ້ຄວາມຄືບໜ້າບາງຢ່າງ. ສິ່ງດັ່ງກ່າວມີຄວາມສຳຄັນຍິ່ງ ແລະ ກ່ຽວຂ້ອງເຖິງການຈັດຕັ້ງປະຕິບັດວຽກງານຕໍ່ໄປ.

        ບັນດາຝ່າຍຈະຍົກອອກຂໍ້ຕົກລົງວ່າດ້ວຍຮອບເຈລະຈາຄັ້ງຕໍ່ໄປກ່ຽວກັບສະຖຽນລະພາບຍຸດທະສາດ ພາຍຫຼັງທີ່ 2 ກຸ່ມເລີ່ມປະຕິບັດການເຄື່ອນໄຫວ. ນອກນັ້ນ, ທ່ານກໍ່ໃຫ້ຮູ້ຕື່ມອີກວ່າ, ຄະນະກຳມະການທາບທາມຄວາມເຫັນລັດເຊຍ - ອາເມລິກາ ກ່ຽວກັບສັນຍາອາວຸດບຸກໂຈມຕີຍຸດທະສາດ ຈະເລີ່ມເຮັດວຽກຢູ່ ເຊີແນວ ໃນວັນທີ 05 ຕຸລາ.

        ພາຍຫຼັງການປຶກສາຫາລືຢູ່ເຊີແນວ, ກະຊວງການຕ່າງປະເທດ ອາເມລິກາ ໃຫ້ຮູ້ວ່າ, ການເຈລະຈາໄດ້ດຳເນີນໄປຢ່າງເຄັ່ງຕຶງ ແລະ ແທດຈິງ. ທາງກະຊວງນີ້ກໍ່ຢືນຢັນຂໍ້ຕົກລົງສ້າງຕັ້ງ 2 ກຸ່ມລະຫວ່າງຂະແໜງກ່ຽວກັບສະຖຽນລະພາບຍຸດທະສາດ.

ຕອບກັບ

ຂ່າວ/ບົດ​ອື່ນ