ລັດເຊຍ ແລະ ອາເມລິກາ ໃຫ້ຄຳໝັ້ນສັນຍາຮ່ວມມື ໂດຍບໍ່ຫົວຊາຕໍ່ຄວາມ ບໍ່ລົງລອຍກັນ

ລັດເຊຍ ແລະ ອາເມລິກາ ໃຫ້ຄຳໝັ້ນສັນຍາຮ່ວມມື ໂດຍບໍ່ຫົວຊາຕໍ່ຄວາມ ບໍ່ລົງລອຍກັນ - ảnh 1
(ພາບປະກອບ)

(vovworld) - ​ໂດຍ​ບໍ່​ຫົວຊາ​ຕໍ່​ຄວາມ​ບໍ່​ລົງ​ລອຍ​ກັນທີ່​ພາ​ໄປ​ເຖິງ​ຂໍ້ຕົກລົງ​ຍົກ​ເລີກ​ການ​ພົບ​ປະ​ຂັ້ນສຸດ​ຍອດລະຫວ່າງ 2 ຝ່າຍ​ໃນ​ເດືອນ ກັນຍາ ທີ່​ຈະ​ມາ​ເຖິງ ຢູ່​ນະຄອນຫຼວງ​ມົດ​ສະ​ກູ, ວັນ​ທີ 09 ສິງຫາ, ອາ​ເມ​ລິ​ກາ ​ແລະ ລັດ​ເຊຍ ຍັງ​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະສືບ​ຕໍ່​ຮ່ວມ​ມື​ໃນ​ບັນດາ​ບັນຫາ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ. ຄຳ​ໝັ້ນ​ສັນຍາ​ດັ່ງກ່າວ​​ໂດຍ 2 ຝ່າຍ​ຍົກ​ອອກ​ມາ​ໃນ​ການ​ພົບ​ປະ 2+2 ​ເຊິ່ງດຳ​ເນີນ​​ໃນ​ວັນ​ທີ 09 ສິງຫາ ຢູ່​ນະຄອນຫຼວງ ວໍ​ຊິນ​ຕັນ ລະຫວ່າງ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ John Kerry ​ແລະ ທ່ານ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ Chuck Hagel ກັບ​ຜູ້​ຮ່ວມ​ຕຳ​ແໜ່​ງ 2 ທ່ານ​ຂອງລັດ​ເຊຍ​ແມ່ນ​ທ່ານ Sergei Lavror ​ແລະ ທ່ານ Sergei Shoigu. ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ John Kerry ຢືນຢັນ​ວ່າ ການ​ພົວພັນ​ລະຫວ່າງ​ອາ​ເມ​ລິ​ກາ ​ແລະ ລັດ​ເຊຍ ​ແມ່ນ​ສຳຄັນ​ທີ່​ສຸດ, ​ແຕ່​ສັບສົນພໍ​ສົ​ມຄວນ. ​ແຕ່​ວ່າ, ທີ່​ການ​ພົບ​ປະ 2+2 ຄັ້ງ​ນີ້, 2 ຝ່າຍ​ໄດ້​ເຫັນ​ດີ​ຊອກ​ຫາ​ວິທີ​ການ​ເພື່ອ​ແກ້​ໄຂ​ຄວາມ​ບໍ່​ລົງ​ລອຍ​ກັນ, ພ້ອມ​ທັງ​ໃຫ​້ຄຳ​ໝັ້ນ​ສັນຍາ​ຈະ​ສືບ​ຕໍ່​ຮ່ວມ​ມື​ນຳ​ກັນ ​ແລະ ປັບປຸງ​ການ​ພົວພັນ​ໃນ​ບັນດາ​ບັນຫາ​ທີ່​ກ່ຽວຂ້ອງ​ເຖິງ​​ແຜນການ​ປ້ອງ​ກັນ​ລູກ​ສອນ​ໄຟ​ຂອງ​ອາ​ເມ​ລິ​ກາ ​ຢູ່ເອີ​ລົບ, ວິ​ກິດ​ການ​ຢູ່​ຊີຣີ, ບັນຫາ​ນິວ​ເຄຼຍ ຂອງ​ອີຣານ ​ແລະ ສປປ.​ເກົາຫຼີ. ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ Sergei Lavror ກໍ່​ຍ້ອມ​ຮັບ​ວ່າ ສະພາບ​ການ​ພົວພັນທີ່ຈະ​ເກີດ​ການ​ຜິດ​ຖຽນກັນ​ງ່າຍ​ລະຫວ່າງ 2 ປະ​ເທດ, ​ແຕ່​ທ່ານ​ໄດ້​ສະ​ແດງ​ຄວາມ​ປາດ​ຖະໜາ​ວ່າ ທັງ 2 ຝ່າຍ​ພ້ອມ​ກັນ​ດຳ​ເນີນ​ເພື່ອ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື 2 ຝ່າຍ, ກອນ​ອື່ນ​ໝົດ​ແມ່ນ​ໃນ​ຂົງ​ເຂດ​​ເສດຖະກິດ ​ແລະ ການ​ຄ້າ. ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ Sergei Lavror ກໍ່​ຢືນຢັນ​ວ່າ 2 ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອກະ​ພາບ​ນຳ​ກັນວ່າ ​ຕ້ອງ​ຈັດ​ຕັ້ງ​ຮອບ​ເຈລະຈາ​ໃໝ່​ກ່ຽວ​ກັບ​ຊີຣີ.
ຂ່າວ/ບົດ​ອື່ນ