ລັດເຊຍ ໂຕ້ຕອບບັນດາຄຳສັ່ງລົງໂທດໃໝ່ຂອງ ອີຢູ
(VOVWORLD) - ລັດເຊຍ ໄດ້ເປີດກວ້າງບັນຊີລາຍຊື່ເຈົ້າໜ້າທີ່ ແລະ ນັກການເມືອງ ສະຫະພາບເອີຣົບ (EU) ທີ່ຖືກຫ້າມເຂົ້າເມືອງປະເທດນີ້.
ຜູ້ໂດຍສານເຮັດແຈ້ງໜັງສືຢູ່ສະໜາມບູນສາກົນ Sheremetyevo ở Moscow, ລັດເຊຍ (ພາບປະກອບ: THX/TTXVN) |
ເພື່ອໂຕ້ຕອບຄືນບ້ວງລົງໂທດຫຼ້າສຸດຂອງຝ່າຍຕາເວັນຕົກ, ວັນທີ 23 ກຸມພາ, ກະຊວງການຕ່າງປະເທດ ລັດເຊຍ ໄດ້ແຈ້ງໃຫ້ຊາບວ່າ ລັດເຊຍ ໄດ້ເປີດກວ້າງບັນຊີລາຍຊື່ເຈົ້າໜ້າທີ່ ແລະ ນັກການເມືອງ ສະຫະພາບເອີຣົບ (EU) ທີ່ຖືກຫ້າມເຂົ້າເມືອງປະເທດນີ້.
ຕາມກະຊວງການຕ່າງປະເທດລັດເຊຍ ແລ້ວ, ປະເທດນີ້ຈະຈັດວາງຄຳສັ່ງລົງໂທດສຳລັບຜູ້ຕາງໜ້າຂອງບັນດາອົງການປະຕິບັດກົດໝາຍ ແລະ ອົງການການຄ້າຂອງ EU ສະໜອງການຊ່ວຍເຫຼືອດ້ານການທະຫານໃຫ້ແກ່ ຢູແກູນ, ຜູ້ຕາງໜ້າຂອງອົງການຕ່າງໆຂອງ EU ທີ່ກ່ຽວຂ້ອງເຖິງການສັ່ງຟ້ອງເຈົ້າໜ້າທີ່ ລັດເຊຍ ແລະ ບຸກຄົນທີ່ຮັບຜິດຊອບການເກັບກຳຂໍ້ມູນເອກະສານກ່ຽວຂ້ອງເຖິງການຢຶດຊັບສິນຂອງ ລັດ ລັດເຊຍ. ໃນບັນຊີລາຍຊື່ລົງໂທດ ຍັງມີບັນດາເຈົ້າໜ້າທີ່ຂອງສະພາເອີຣົບ (EC), ບັນດາສະມາຊິກຂອງສະພານິຕິຍັນຍັດຂອງບັນດາປະເທດ EU, ບັນດາສະມາຊິກຂອງສະພາລັດຖະສະພາ ອົງການຄວາມໝັ້ນຄົງ ແລະ ການຮ່ວມມືເອີຣົບ (OSCE) ແລະ ສະພາລັດຖະສະພາເອີຣົບ (PACE).