ລັດເຊຍ: ໝາກຜົນການເຈລະຈາຂຶ້ນກັບຄວາມພ້ອມຂອງ ຢູແກຼນ
(VOVWORLD) - ໃນການໂອ້ລົມທາງໂທລະສັບກັບຄູ່ຕຳແໜ່ງ ຕວັກກີ Mevlut Cavusoglu ໃນວັນທີ 20 ເມສາ, ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergei Lavrov ຊີ້ແຈ້ງວ່າ ໝາກຜົນຂອງການເຈລະຈາກັບ ຢູແກຼນ ແມ່ນຂຶ້ນກັບຄວາມພ້ອມຂອງ Kiev ໃນການຄິດໄລ່ຊັ່ງຊາຄຳຮຽກຮ້ອງຕ້ອງການອັນຊອບທຳຂອງ ມົດສະກູ.
ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergei Lavrov (ພາບ: mid.ru) |
ການຖະແຫຼງຂ່າວຂອງ ກະຊວງການຕ່າງປະເທດ ລັດເຊຍ ໄດ້ຊີ້ແຈ້ງວ່າ: “ສຳລັບແງ່ຫວັງກ່ຽວກັບວິວັດທະນາການເຈລະຈາ ລະຫວ່າງ ລັດເຊຍ - ຢູແກຼນ, ດ້ວຍທັດສະນະຫຼັກການທີ່ບໍ່ມີການປ່ຽນແປງ ເຊິ່ງ ລັດເຊຍ ໄດ້ຢືນຢັນມາແລ້ວວ່າ: ໝາກຜົນຂອງການເຈລະຈາ ທັງໝົດແມ່ນຂຶ້ນກັບຄວາມພ້ອມຂອງ Kiev ໃນການຄິດໄລ່ຊັ່ງຊາເຖິງຄຳຮຽກຮ້ອງຕ້ອງການອັນຊອບທຳຂອງພວກຂ້າພະເຈົ້າ”.
ນອກຈາກນັ້ນແລ້ວ, ລັດຖະມົນຕີ 2 ທ່ານ ກໍໄດ້ປຶກສາຫາລືກ່ຽວກັບບາດກ້າວເດີນລວມທີ່ມີຄວາມເປັນໄປໄດ້ລະຫວ່າງບັນດາກະຊວງການຕ່າງປະເທດ ແລະ ກະຊວງປ້ອງກັນປະເທດຂອງ ລັດເຊຍ ແລະ ຢູແກຼນ ເພື່ອຮັບປະກັນຄວາມສະຫງົບປອດໄພໃຫ້ແກ່ສາມັນຊົນຢູ່ ຢູແກຼນ, ນັບທັງຊາວຕ່າງປະເທດອີກດ້ວຍ.